ລັດເຊຍຍົກເລີກການພົບປະຂັ້ນສຸດຍອດກັບຕວກກີ

ລັດເຊຍຍົກເລີກການພົບປະຂັ້ນສຸດຍອດກັບຕວກກີ - ảnh 1
ທ່ານປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຕຳ​ແໜ່​ງ
 ຕວກກີ Recep Tayyip Erdogan ໃນວັນທີ 16/11
(ພາບ: Reuters)


(vovworld) - ການ​ພົບ​ປະລະ​ຫວ່າງ​ທ່ານປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຕຳ​ແໜ່​ງ ຕວກກີ Recep Tayyip Erdogan ຄາດ​ຄະ​ເນ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 15/12 ​ໄດ້​ຖືກ​ຍົກເລີກ. ນີ້​ແມ່ນ​ແຈ້ງ​ການ​ຂອງ​ເລຂາສື່​ມວນ​ຊົນ​ຂອງ​ປະທານາທິບໍດີ ລັດ​ເຊຍ, ທ່ານ Dmitry Peskov ທີ່ຍົກ​ອອກ​ມາ​ໃນການ​ປະຊຸມ​ຂ່າວ​ ວັນ​ທີ 14/12. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກ​ະພາບ​ນຳ​ກັນ​ກ່ຽວ​ກັບ​ການ​ພົບ​ປະ​ດັ່ງ​ກ່າວ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດພັດທະນາ ​ແລະ ຫາ​ກໍ​ພົ້ນ​​ເດັ່ນ​ເປັນ​ແຖວ​ໜ້າ​ໂລກ (G20) ​ເຊິ່ງດຳ​ເນີນ​​ຢູ່ ຕວກກີ ​ເມື່ອ​ກາງ​ເດືອນ 11 ຜ່ານ​ມາ, ກ່ອນ​ທີ່​ຈະເກີດ​ເຫດການ Ankara ຍິງ​ເຮືອບິນ​ສູ້​ຮົບ Su – 24 ຂອງມົດ​ສະ​ກູ ຕົກ​ໃນ​ເຂດ​ນານຟ້າ ຊີຣີ 1 ສັບປະດາ. ​ເຫດການ​ນີ້ ​ໄດ​້ພາ​ໃຫ້ການ​ພົວພັນ ຕວກກີ - ລັດ​ເຊຍ ​ຕົກເຂົ້າສູ່ສະພາວະ​ເຄັ່ງ​ຕຶງທີ່​ບໍ່​ເຄີຍ​ມີ​ມາກ​ອນ, ພ້ອມ​ທັງ ພາ​ໄປ​ເຖິງ​ບັນດາ​ມາດ​ຕະການລົງ​ໂທດ​ຂອງ ມົດ​ສະ​ກູ ສຳ​ລັບ Ankara.

ຂ່າວ/ບົດ​ອື່ນ