ລັດເຊຍດຳເນີນການບຸກໂຈມຕີທາງອາກາດໃສ່ຫຼາຍເປົ້າໝາຍຢູ່ຊີຣີ

ລັດເຊຍດຳເນີນການບຸກໂຈມຕີທາງອາກາດໃສ່ຫຼາຍເປົ້າໝາຍຢູ່ຊີຣີ - ảnh 1
ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ

(vovworld) – ​ ​ນັບ​ແຕ່​ເມື່ອ​ໄດ້​​ຜັນຂະຫຍາຍ​ຢູ່​​ຖານ​ທີ​່ໝັ້ນ​ກອງທັບ​ອາກາດ​ຂອງ ອີຣານ ​ໃນ​ວັນ​ທີ 16/8, ບັນດາ​ເຮືອບິນ​ຖິ້ມ​ລະ​ເບີດ​ຂອງ​ລັດ​ເຊຍ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ແນ​ໃສ່​ບັນດາ​ເປົ້າ​ໝາຍ​ຂອງ​ບັນດາ​ອົງການ​ກໍ່​ການ​ຮ້າຍ​ໃນ​ເຂດ​ດິນ​ແດນ ຊີຣີ ​ເຊິ່ງລວມມີ: Aleppo, Deir Ezzor ​ແລະ Idlid… ກະຊວງ​ປ້ອງ​ກັນ​ປະ​ເທດລັດ​ເຊຍ ​ໄດ້ ຮັບ​ຮູ້​ແຫຼ່ງຂ່າວ​ດັ່ງກ່າວ. ຜົນ​ຂອງ​ການ​ບຸກ​ໂຈມ​ຕີແມ່ນ​ໄດ້​ທຳລາຍ “ສາງ​ບັນຈຸ​ອາວຸດ, ລູກ​ປືນ ​ແລະ ​ເຊື້ອ​​ໄຟ 5 ​ແຫ່ງ” ​ແລະ ບາງ​ຄ້າຍ​ຝຶກ​ແອບ​ຂອງ​ຂະ​ບວນການທຳ​ສົງຄາມ​ສັກ​ສິດ Jihad ​ໃກ້​ກັບ Aleppo, Deir Ezzor ​ແລະ Idlid. ນອກ​ນັ້ນ, ບັນດາ​ເຫດ​ຖິ່ມລະ​ເບີດ​ຍັງ​ແນ​ໃສ່​ສູນ​ກາງ​ບັນຊາ 3 ​ແຫ່ງ​ຢູ່​ໃກ້​ກັບ​ບ້ານ Jafra ​ແລະ Deir Ezzor , ອັນ​ໄດ້ດັບ​ສູນ​ມື​ປືນ​ເປັນ “ຈຳນວນ​ຫຼາຍ”.

        ນີ້​ແມ່ນ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ທຳ​ອິດ ທີ່ ລັດ​ເຊຍ ປະກາດ​ດຳ​ເນີນ​ຈາກ​ຖານ​ທີ່​ໝັ້ນກອງ​ທັບ​ອາກາດ​ຢູ່ ອີຣານ ນັບ​ແຕ່​ເມື່ອ ມົດ​ສະ​ກູ ​ເລີ່​ມດຳ​ເນີນ​ບັ້ນ​ຮົບ​ຖິ້ມ​ລະ​ເບີດ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad ​ເພື່ອດັບ​ສູນ​ພວກ​ກະບົດ​ຊາວມຸດ​ສະລິມຫົວ​ຮຸນ​ແຮງ.


ຂ່າວ/ບົດ​ອື່ນ