ລັດ​ເຊຍ​ຕັ້ງ​ໜ້າ​ກະ​ກຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ສຸດຍອດ​ກັບ ອາ​ເມ​ລິ​ກາ

(VOVWORLD) -ຄຳເຫັນດັ່ງກ່າວໂດຍທ່ານຮອງລັດຖະມົນຕີລັດເຊຍ ໄດ້ຍົກອອກມາໃນສະພາບທີ່ ທ່ານ Jen Psaki ເລຂາການຂ່າວທຳນຽບຂາວ ໃຫ້ຮູ້ ໃນວັນທີ 18 ພະຈິກ ວ່າ: “ບໍ່ຍົກເວັ້ນກໍລະນີຈະມີການເຈລະຈາລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນຈຸດເວລາໃດໜຶ່ງໃນອະນາຄົດ”.
ລັດ​ເຊຍ​ຕັ້ງ​ໜ້າ​ກະ​ກຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ສຸດຍອດ​ກັບ ອາ​ເມ​ລິ​ກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Valdimir Putin (ພາບ: AFP/TTXVN)

ວັນທີ 21 ພະຈິກ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ພວມກະກຽມຢ່າງລະອຽດ ໃຫ້ແກ່ກອງປະຊຸມສຸດຍອດລະຫວ່າງທ່ານປະທານາທິບໍດີ Valdimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergie Ryabkov ເນັ້ນໜັ້ກວ່າ ຝ່າຍລັດເຊຍ ພວມຕັ້ງໜ້າກະກຽມ ໂຄງການດຳເນີນງານ ທີ່ໃຫຍ່ຫຼວງນີ້.

ຄຳເຫັນດັ່ງກ່າວໂດຍທ່ານຮອງລັດຖະມົນຕີລັດເຊຍ ໄດ້ຍົກອອກມາໃນສະພາບທີ່ ທ່ານ Jen Psaki ເລຂາການຂ່າວທຳນຽບຂາວ ໃຫ້ຮູ້ ໃນວັນທີ 18 ພະຈິກ ວ່າ: “ບໍ່ຍົກເວັ້ນກໍລະນີຈະມີການເຈລະຈາລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນຈຸດເວລາໃດໜຶ່ງໃນອະນາຄົດ”.

ການພົວພັນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກ ມີຄວາມເຄັ່ງຕຶງຂຶ້ນໃນ 2 – 3 ອາທິດ ມໍ່ໆມານີ້ ເມື່ອ ຢູແກຼນ ແລະ ບັນດາປະເທດສະມາຊິກ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ລັດເຊຍເພີ່ມກຳລັງທະຫານຢູ່ເຂດຊາຍແດນຕິດກັບ ຢູແກຼນ. ສ່ວນລັດເຊຍ ຢັ້ງຢືນວ່າ ປະເທດນີ້ ຕ້ອງຮັບປະກັນຄວາມໝັ້ນຄົງແຫ່ງຊາດ ເພື່ອຮັບມືກັບບັນດາສິ່ງທ້າທາຍ ທີ່ເກີດມາຈາກເລື່ອງ NATO ດຳເນີນບັນດາການຊ້ອມຮົບນອກແຜນຢ່າງຕໍ່ເນື່ອງ, ຊ້ຳບໍ່ໜຳກໍ່ຍັງ ຈັດສົ່ງເຮືອບິນຍຸດທະສາດບິນ ຢູ່ ໃກ້ເຂດຊາຍແດນກັບ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ