ລັດເຊຍຕັດສິນໃຈດັບສູນພວກກໍ່ການຮ້າຍຢູ່ຊີຣີ

(VOVWORLD) -ລັດເຊຍ ຈະສືບຕໍ່ບັ້ນຮົບການທະຫານຢູ່ຊີຣີ ຈົດຮອດເວລາດັບສູນບັນດາກຸ່ມກໍ່ການຮ້າຍໄດ້ທັງໝົດ. ນີ້ແມ່ນຄຳຖະແຫຼງຂອງຜູ້ບັນຊາການບັນດາກຳລັງປະກອບອາວຸດລັດເຊຍ ປະຈຳຊີຣີ, ພົນໂທ Sergey Surovikin.
ລັດເຊຍຕັດສິນໃຈດັບສູນພວກກໍ່ການຮ້າຍຢູ່ຊີຣີ - ảnh 1 (ພາບປະກອບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມໂຕະມົນໃນຂອບເຂດເວທີປາໄສການທະຫານສາກົນ “Army 2017” ໃນວັນທີ 25 ສິງຫາ, ພົນໂທ Sergey Surovikin ຢືນຢັນວ່າ, ບັ້ນກວາດລ້າງບັນດາພາກສ່ວນກໍ່ການຮ້າຍຂອງອົງການກໍ່ການຮ້າຍ IS ແລະ ກຸ່ມ Jabhat Al Nusra ໃນຜືນແຜ່ນດິນຊີຣີ ຈະຖືກດຳເນີນຈົນຮອດເວລາໃດທີ່ບັນດາມືປືນຖືກດັບສູນຢ່າງໝົດກ້ຽງ. ພົນໂທ Sergey Surovikin ກໍ່ແຈ້ງກ່ຽວກັບເລື່ອງສິ້ນສຸດບັ້ນຮົບດັບສູນບັນດາກຸ່ມກໍ່ການຮ້າຍນ້ອຍຢູ່ເຂດຊາຍແດນລະຫວ່າງຊີຣີ ແລະ ຈໍແດນ ແລະ ອີຣັກ, ກໍ່ຄືສືບຕໍ່ບຸກໂຈມຕີໃສ່ບັນດາພາກສ່ວນກໍ່ການຮ້າຍຢູ່ເຂດຊາຍແດນຊີຣີ - ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ