ລັດ​ເຊຍ​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດຂອງ ​ອຳ​ນາດ​ການ​ປົກ​ຄອງ​​ໃໝ່​ ອາ​ເມ​ລິ​ກາ​ທີ່ ຈະ​ຕໍ່​ກຳ​ນົດ​ເວ​ລາ ສົນ​ທິ​ສັນ​ຍາ New START

(VOVWORLD) - ຕອບສຳພາດຕໍ່ນັກຂ່າວໃນຊ່ອງໂທລະພາບ Rossiya – 1, ທ່ານ Peskov ໃຫ້ຮູ້ວ່າ ລັດເຊຍ ເຫັນວ່າ ອຳນາດການປົກຄອງໃໝ່ຂອງ ທ່ານປະທານາທິບໍດີ Joe Biden ໄດ້ສະແດງເຈດຈຳນົດດ້ານການເມືອງ. ຍິ່ງໄປກ່ວານັ້ນ, ອາເມລິກາຍັງຍົກອອກຂໍ້ສະເໜີຕໍ່ກຳນົດເວລາຕື່ມອີກ 5 ປີ…
ລັດ​ເຊຍ​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດຂອງ ​ອຳ​ນາດ​ການ​ປົກ​ຄອງ​​ໃໝ່​ ອາ​ເມ​ລິ​ກາ​ທີ່ ຈະ​ຕໍ່​ກຳ​ນົດ​ເວ​ລາ ສົນ​ທິ​ສັນ​ຍາ New START - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: AFP/TTXVN)

ວັນທີ 31 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ອຳນາດການປົກຄອງໃໝ່ຂອງ ອາເມລິກາໄດ້ສະແດງເຈດຈຳນົງດ້ານການເມືອງ, ຍ້ອນແນວນັ້ນ, ລັດເຊຍ ແລະອາເມລິກາ ໄດ້ຕັດສິນໃຈ ບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START).

        ຕອບສຳພາດຕໍ່ນັກຂ່າວໃນຊ່ອງໂທລະພາບ Rossiya – 1, ທ່ານ Peskov ໃຫ້ຮູ້ວ່າ ລັດເຊຍ ເຫັນວ່າ ອຳນາດການປົກຄອງໃໝ່ຂອງ ທ່ານປະທານາທິບໍດີ Joe Biden ໄດ້ສະແດງເຈດຈຳນົດດ້ານການເມືອງ. ຍິ່ງໄປກ່ວານັ້ນ, ອາເມລິກາຍັງຍົກອອກຂໍ້ສະເໜີຕໍ່ກຳນົດເວລາຕື່ມອີກ 5 ປີ…ນີ້ແມ່ນຂໍ້ສະເໜີທີ່ດີທີ່ສຸດ ແລະ ແນ່ນອນວ່າ ຈະໄດ້ຮັບການສະໜູບສະໜູນຈາກລັດເຊຍຢ່າງທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ