ລັດເຊຍ,ຕວກກີເຫັນດີເປັນເອກະພາບຊຸກຍູ້ຄຳສັ່ງຢຸດຍິງຢູ່ຊີຣີ

ລັດເຊຍ,ຕວກກີເຫັນດີເປັນເອກະພາບຊຸກຍູ້ຄຳສັ່ງຢຸດຍິງຢູ່ຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ​
ແລະ ຄູ່​ຕຳ​ແໜ່​ງ ຕວກກີ Mevlut Cavusoglu
(ພາບ: EPA/ TTXVN)

(vovworld) - ​ ວັນ​ທີ 27/12 ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ປະກາດ​ວ່າ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ​ແລະ ຄູ່​ຕຳ​ແໜ່​ງ ຕວກກີ Mevlut Cavusoglu ​ໄດ​້​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ ​ແລະ ກຽມພ້ອມ​​ໃຫ້​ບັນດາ​ການ​ເຈລະຈາ​ສັນຕິພາບ ​ຊຶ່ງ​ຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ຢູ່​ນະຄອນຫລວງ Astana ຂອງ ປະ​ເທດ ກາ​ຊັກ​ຊະ​ຖານ. ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ ການ​ໂອ​້ລົມ​ທາງ​ໂທລະສັບ​ລະຫວ່າງ​ລັດຖະມົນຕີການ​ຕ່າງປະ​ເທດຂອງ 2 ປະ​ເທດ​ໄດ້ “​ເນັ້ນ​ໜັກ​ເຖິງຄວາມ​ສຳຄັນ​ຂອງ​ເລື່ອງ​ສຳ​ເລັດ​ບັນດາ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກຳນົດ​ເວລາ​ຕົວ​ຈິງ​ໂດຍ​ໄວ ​ເພື່ອ​ຢຸດຕິ​ບັນດາ​ການ​ກະທຳ​ທາງ​ທະຫານ​ຢູ່ ຊີຣີ; ​​ແຍກ​ຝ່າຍນິຍົມ​ຄວາມ​ສະຫງົບ ຊຶ່ງ​ເປັນ​ຝ່າຍ​ຄ້ານກັບ​ບັນດາ​ອົງການ​ກໍ່​ການ​ຮ້າຍອອກ ​ແລະ ກະກຽ​ມ​ໃຫ້ການ​ພົບ​ປະ​ຈະ​ມາ​ເຖິງ​ຢູ່​ນະຄອນຫລວງ Astana”. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ  Sergey Lavrov ກໍ່​ໃຫ້​ຮູ້​ວ່າ ປະ​ຈຸບັນ ລັດຖະບານ ຊີຣີ ພວມ​ດຳ​ເນີນ​ການ​ເຈລະຈາ​ກັບ​ຝ່າຍ​ຄ້ານ​ກ່ອນ​ທີ່​ມີ​ການ​ພົບ​ປະ​ເປີດ​ກ້ວາງ Astana.

 

ຂ່າວ/ບົດ​ອື່ນ