ລັດເຊຍຕ້ອງດັດປັບນະໂຍບາຍການຕ່າງປະເທດເປັນປະຈຳເພື່ອຮັບມືກັບບັນດາສິ່ງທ້າທາຍແລະຄວາມສ່ຽງ

ລັດເຊຍຕ້ອງດັດປັບນະໂຍບາຍການຕ່າງປະເທດເປັນປະຈຳເພື່ອຮັບມືກັບບັນດາສິ່ງທ້າທາຍແລະຄວາມສ່ຽງ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: AFP/ສຳນັກຂ່າວສານຫວຽດນາມ)

(vovworld) – ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ຕາງໜ້າ​ການ​ທູດ​ຂອງ ລັດ​ເຊຍ ທີ່ປະຈຳຢູ່ຕ່າງປະ​ເທດ​​ໄດ້ດຳ​ເນີນ​ໃນ​ວັນ​ທີ 30/6 ຢູ່ ມົດ​ສະ​ກູ, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໃຫ້​ຮູ້​ວ່າ: ຍຸດທະ​ສາດ​ການ​ຕ່າງປະ​ເທດ​ມີ​ການດັດປັບຂອງ​ລັດ​ເຊຍ ​ພວມປະສົມ​ຜົນ​ສຳ​ເລັດ​. ທ່ານ​ປະທານາທິບໍດີ Putin ​ເນັ້ນ​ໜັກ​ເຖິງ​ຄວາມ​​ເປັນຫຼາຍ​ຮູບ​ແບບ ​ແລະ ​ສັບສົນ​ຂອງ​ບັນດາ​ບັນຫາ​ສາກົນ, ບັນດາ​ສິ່ງ​ທ​້າທາຍ ​ແລະ ​ໄພ​ອັນຕະລາຍ​ທີ່ ລັດ​ເຊຍ ພວມຕ້ອງ​ປະ​ເຊີນ​ໜ້າ, ຮຽກຮ້ອງ​ໃຫ້ຕ້ອງ​ມີ​ການ​ດັດ​ປັບປຸງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ຂົງ​ເຂດ​: ການ​ເມືອງ, ​ເສດຖະກິດ, ມະນຸດສະທຳ ​ແລະ ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ. ທ່ານ​ປະທານາທິບໍດີ Putin ຊີ້​ແຈ້ງ​ຍຸດທະ​ສາດ​ພົວພັນ​ຕ່າງປະ​ເທດ​ມີ​ການດັດ​ປັບ​ຂອງ​ລັດ​ເຊຍ ຈະ​ມຸ່ງ​ໄປ​ເຖິງ​ການ​ຮັບປະກັນ​ສັນຕິພາບ​ສາກົນ ​ແລະ ສະຖຽນລະ​ພາບ, ສ້າງ​ໂລກ​​ໃຫ້ຍຸຕິ​ທຳ ​ແລະ ມີປະ​ຊາ​ທິປະ​ໄຕ​ບົນ​ພື້ນຖານ​ກົດ​ບັດ ສປຊ. ທ່ານ​ຢັ້ງຢືນ​ວ່າຂະ​ແໜງ​ການ​ທູດ ລັດ​ເຊຍ ຕ້ອງ​ຊຸກຍູ້​ການ​ແກ້​ໄຂ ​ແລະ ສະກັດ​ກັ້ນ​ບັນດາ​ການ​ປະ​ທະ​ກັນ ​ແລະ ຈຸດ​ຮ້ອນ​ເຮັ່ງ, ກ່ອນ​ອື່ນ​ໝົດ​ແມ່ນ​ເຂດ​ຊາຍ​ແດນ ລັດ​ເຊຍ, ກໍ່​ຄື​ການ​ປັບປຸງ​ອະທິປະ​ໄຕ ​ແລະ ປົກ​ປ້ອງ​ຜົນ​ປະ​​ໂຫຍ​ດຂອງ​ສະຫະພັນ​ລັດ​ເຊຍ. ຕາມ​ທ່ານ Putin ​ແລ້ວ, ລັດ​ເຊຍ ຕ້ອງ​ຊຸກຍູ້​ການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ວມ​ມື ​ແລະ ມິດຕະພາບ​ກັບ​ບັນດາ​ປະ​ເທດ​ເພື່ອ​ພັດທະນາ​ປະ​ເທດ ລັດ​ເຊຍ ​ໃຫ້ກາ​ຍ​ເປັນ​ປະ​ເທດ​ປະຊາທິປະ​ໄຕ​ແຫ່ງ​ອຳນາດ​ນິຕິບັນຍັດ​ດ້ວຍ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ມີ​ການ​ກຳນົດ​ກ່ຽວ​ກັບ​ດ້ານ​ສັງຄົມ. ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ​ປະທານາທິບໍດີ Putin ​ເນັ້ນ​ໜັກ​ວ່າຄວາມ​ສ່ຽງ​ເກີດ​ການ​ປະ​ທະ​ກັນ​ໃນ​ທົ່ວ​​ໂລກ​ຈະບໍ່​ຫລຸດ​ລົງ​ແຕ່ຫາກ​ຈະ​ເພີ່ມ​ຂຶ້ນ, ພຽງ​ສາມາດ​ຫຼີກ​ລ້ຽງ​ການ​ປະ​ທະ​ກັນ​ບົນ​ພື້ນຖານ​​ເຈລະຈາ ​ແລະ ການ​ຮ່ວມ​ມື​ເທົ່າ​ນັ້ນ.

 


ຂ່າວ/ບົດ​ອື່ນ