ລັດເຊຍຕຳນິຕິຕຽນແຜນການສັນຕິພາບຂອງຢູແກຼນ,ຕາມລາບັນດາເຈົ້າໜ້າທີ່ກີແອບລະດັບສາກົນ

ລັດເຊຍຕຳນິຕິຕຽນແຜນການສັນຕິພາບຂອງຢູແກຼນ,ຕາມລາບັນດາເຈົ້າໜ້າທີ່ກີແອບລະດັບສາກົນ - ảnh 1
ນາຍທະຫານຂຶ້ນກັບຫົວໜ່ວຍຕ້ານກໍ່ການຮ້າຢູ່ນະຄອນ Izyum ຂຶ້ນກັບແຂວງພາກຕາເວັນອອກ Donetsk
(ພາບ: AFP/ TTXVN)

(vovworld) – ​ແຜນການ​ສັນຕິພາບ​ສ່ວນ​ຫຼາຍ​ໂດຍ​ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko ສະ​ເໜີ​ມີ​ລັກສະນະ​​ເປັນຄຳ​ຂາດ, ບໍ່​ມີ​ການສະ​ເໜີ​ຈັດການ​ໂອ້​ລົມ​ສົນທະນາ ​ແລະ ສິ່ງ​ດັ່ງກ່າວ​ໄປ​ຝືນ​ກັບ​ສັນຍາ ​ເຊີ​ແນວ ​ເມື່ອ​ວັນ​ທີ 17/4. ນີ້​ແມ່ນ​ຖະ​ແຫຼ​ງການ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊ​ຍ Sergei Lavrov ​ເມື່ອວັນ​ທີ 21/6.

    ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວກັບ​ເລື່ອງ​ປະກາດ​ແຜນການ​ສັນຕິພາບ ພ້ອມ​ທັງ​ຍູ້​ແຮງ​ບັ້ນ​ຮົບ​ການ​ທະຫານ. ທ່ານ Lavrov ກໍ່​ຊີ້​ແຈ້ງ​ກ່ອນ​ນັ້ນ​ແມ່ນ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຮັບຜິດຊອບ​ການ​ຮັກສາ​ສະຖຽນ​ລະ​ພາບ​ຢູ່ ຢູ​ແກຼນ ​ແລະ ສິ່ງ​ດັ່ງກ່າວ​ຕ້ອງ​ໄດ້​ປະຕິບັດ​ດ້ວຍ​ບັນດາ​ບາດກ້າວ​ລະອຽດ. ກໍ່​​ໃນ​ວັນ​ທີ 21/6, ຄະນະ​ກຳມະການ​ສືບສວນ ສະຫະພັນ ລັດ​ເຊຍ ​ໄດ້ປະກາດ​ຄຳ​ສັ່ງ​​ຕາມ​ລາລະດັບ​ສາກົນ​ສຳລັບ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຊົ່ວຄາວ ຢູ​ແກຼນ ທ່ານ Arsen Avakov ​ແລະ ຜູ້​ວ່າການ​​ແຂວງ Dnepropetrovsk ຂອງ​ຢູ​ແກຼນ ທ່ານ Igor Kolomoisky. ​ໃນ​ຂະນະ​ນັ້ນ, ຢູ່ ຢູ​ແກຼນ, ​ເຖິງ​ວ່າ​ຄຳ​ສັ່ງ​ຢຸດ​ຍິງ​ຂອງ​ທ່ານ​ປະທານາທິບໍດີ Petro Poroshenko ​ໄດ້​ປະກາດ​ແລ້ວກໍ່ຕາມ ​ແຕ່​ຍັງ​ມີ​ກາ​ນຍິງ​ປືນຢູ່​ພາກ​ຕາ​ເວັນ​ອອກ​ຢູ່.

 


ຂ່າວ/ບົດ​ອື່ນ