ລັດເຊຍຕຳໜິຕິຕຽນຕວກກີເປີດບັ້ນຮົບຢູ່ເຂດ Afrin ຢູ່ຊີຣີ

(VOVWORLD) -ວັນທີ 20 ມັງກອນ, ກະຊວງປ້ອງກັນປະເທດລັດເຊຍ ຖະແຫຼງວ່າ ເລື່ອງກະຊວງປ້ອງກັນປະເທດອາເມລິກາ ສະໜອງບັນດາອາວຸດປະເພດທັນສະໄໝ
ລັດເຊຍຕຳໜິຕິຕຽນຕວກກີເປີດບັ້ນຮົບຢູ່ເຂດ Afrin ຢູ່ຊີຣີ - ảnh 1 (ພາບປະກອບ: AFP/TTXVN)

ໃນນັ້ນມີລະບົບລູກສອນໄຟປ້ອງກັນອາກາດຕັ້ງບ່າ (MANPADS), ໃຫ້ແກ່ບັນດາກຸ່ມປະກອບອາວຸດນິຍົມອາເມລິກາ ໄດ້ເຮັດໃຫ້ຄວາມເຄັ່ງຕຶງຖືກປິນຂັ້ນໄດຢ່າງໄວ ແລະ ພາໄປເຖິງເລື່ອງຕວກກີ ດຳເນີນບັ້ນຮົບດ້ານການທະຫານຕ້ານຄືນກຳລັງຊາວ Kurd ຢູ່ເຂດ Afrin ຂອງຕວກກີ. ຕາມແຈ້ງການຂອງກະຊວງປ້ອງກັນປະເທດລັດເຊຍແລ້ວ, Moskava ຖືວ່າ, ບັນດາການກະທຳບໍ່ມີຄວາມຮັບຜິດຊອບຄ້າຍຄືກັນຈາກຝ່າຍອາເມລິກາ ຢູ່ຊີຣີ ຈະທຳລາຍວິວັດທະນາການແກ້ໄຂວິກິດການ ແລະ ກີດຂວາງບັນດາການເຈລະຈາຊີຣີ ໃນຂອບເຂດການເຈລະຈາສັນຕິພາບ ເຊີແນວ ເຊິ່ງກຳລັງຊາວ Kurd ຕ້ອງແມ່ນຝ່າຍໜຶ່ງເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ