ລັດເຊຍຕຳໜິຕິຕຽນບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ

(VOVWORLD) -ວັນທີ 24 ສິງຫາ, ກະຊວງການຕ່າງປະເທດລັດເຊຍ ຖະແຫຼງວ່າ, ບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ ທີ່ກ່ຽວຂ້ອງເຖິງເຫດວາງຢາເບື່ອອະດີດສືບລາຊະການລັບ Sergei Skripal ແລະ ລູກສາວຢູ່ລັດເຊຍ ພຽງເຮັດໃຫ້ຄວາມເຄັ່ງຕຶງໃນການພົວພັນ 2 ຝ່າຍເພີ່ມຂຶ້ນເທົ່ານັ້ນ.

ລັດເຊຍຕຳໜິຕິຕຽນບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ - ảnh 1 ອະດີດສືບລາຊະການລັບ Sergei Skripal ແລະ ລູກສາວ

(ພາບ: Sky News)

ກ່ອນໜ້ານັ້ນໃນວັນດຽວກັນ, ໃນແຈ້ງການທີ່ລົງພິມໃນສິ່ງພິມຂ່າວກົດໝາຍອາເມລິກາ ໃຫ້ຮູ້ວ່າ, ບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ  ແນໃສ່ລັດເຊຍ ດ້ວຍບັນດາຄຳກ່າວຫາກ່ຽວຂ້ອງເຖິງເຫດວາງຢາເບື່ອອະດີດສືບລາຊະການລັບ Sergei Skripal ແລະ ລູກສາວຢູ່ອັງກິດ ຈະເລີ່ມມີຜົນສັກສິດໃນວັນທີ 27 ສິງຫາ. ກະຊວງການຕ່າງປະເທດອາເມລິກາ ຈະຢຸດຕິບັນດາການເຄື່ອນໄຫວໜູນຊ່ວຍ, ການເຄື່ອນໄຫວຄ້າຂາຍອາວຸດ ແລະ ສະໜອງການເງິນໃຫ້ລັດເຊຍ. ອາເມລິກາ ກໍ່ຈະປະຕິເສດບັນດາບ້ວງສິນເຊື່ອ ແລະ ຫ້າມສົ່ງອອກເຕັກໂນໂລຊີ ແລະ ສິນຄ້າປ້ອງກັນຄວາມສະຫງົບບາງຢ່າງໄປລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ