ລັດເຊຍຕຳໜິຕິຕຽນອາເມລິກາ,ອັງກິດກໍ່ຄວາມກົດດັ່ນຕໍ່ການສືບສວນເຫດອະດີດນັກສືບລາຊະການລັບ Sergei Skripal

(VOVWORLD) -ສະຖານທູດລັດເຊຍ ປະຈຳອັງກິດ ຖືວ່າ, ດ້ວຍບັນດາຄຳກ່າວຫາໂດຍບໍ່ມີຫຼັກຖານຂອງອັງກິດ ສຳລັບລັດເຊຍ ທີ່ກ່ຽວຂ້ອງເຖິງເຫດວາງຢາເບື່ອອະດີດນັກສືບລາຊະການລັບ Sergei Skripal ແລະ ລູກສາວຂອງທ່ານຜູ້ນີ້ຢູ່ອັງກິດ, ກໍຄືເລື່ອງອາເມລິກາ ຍົກອອກບັນດາມາດຕະການລົງໂທດໃໝ່, ແມ່ນເພື່ອແນໃສ່ກໍ່ຄວາມກົດດັ່ນຕໍ່ການສືບສວນ.

ລັດເຊຍຕຳໜິຕິຕຽນອາເມລິກາ,ອັງກິດກໍ່ຄວາມກົດດັ່ນຕໍ່ການສືບສວນເຫດອະດີດນັກສືບລາຊະການລັບ Sergei Skripal - ảnh 1

 ອະດີດນັກສືບລາຊະການລັບ Sergei Skripal ແລະ ລູກສາວ

(ພາບ: AFPTTXVN)

ໂຄສົກສະຖານທູດຊີ້ແຈ້ງວ່າ ອາເມລິກາ ບໍ່ມີສາຍເຫດໃດເພື່ອສືບຕໍ່ລົງໂທດລັດເຊຍ ແລະ ສະແດງຄວາມເສຍດາຍເມື່ອອາເມລິກາ ສະໜັບສະໜູນນະໂຍບາຍບໍ່ກະຈ່າງແຈ້ງຂອງລັດຖະບານອັງກິດ ທີ່ກ່ຽວຂ້ອງເຖິງການສືບສວນເຫດວາງຢາເບື່ອຢູ່ນະຄອນ Salisbury.

          ແລະກໍ່ໃນວັນດຽວກັນ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ປຶກສາຫາລືກັບບັນດາສະມາຊິກສະພາປ້ອງກັນຄວາມສະຫງົບສະຫະພັນລັດເຊຍ ກ່ຽວກັບຄຳສັ່ງລົງໂທດໃໝ່ຂອງອາເມລິກາ ແນໃສ່ລັດເຊຍ. ໃນກອງປະຊຸມດັ່ງກ່າວ, ນັບທັງທ່ານປະທານາທິບໍດີ Putin ແລະ ບັນດາສະມາຊິກໃນສະພາປ້ອງກັນຄວາມສະຫງົບ ໄດ້ຕຳໜິຕິຕຽນຄຳສັ່ງລົງໂທດໃໝ່ສຸດຂອງອາເມລິກາ ແມ່ນ “ຜິດດກົດໝາຍ”, ໄປຝືນກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ