ລັດເຊຍຖືຫວຽດນາມແມ່ນຂົວຕໍ່ທີ່ສຳຄັນກັບອາຊຽນ

ລັດເຊຍຖືຫວຽດນາມແມ່ນຂົວຕໍ່ທີ່ສຳຄັນກັບອາຊຽນ - ảnh 1
ທ່ານ ຫງວຽນ​ແທງ​ເຊີນ ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ
ຕ້ອນຮັບ ທ່ານ ທ່ານ Andrey Klimov
(ພາບ: baotintuc.vn)


(vovworld) – ​ ​ ​ ທີ່​ການ​ຕ້ອນຮັບ​ທ່ານ Andrey Klimov, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ພັກ​ ລັດ​ເຊຍ ​ເອກະ​ພາບ, ຮອງ​ຫົວໜ້າ​ຄະນະ​ກຳມາ​ທິການ​ພົວພັນ​ຕ່າງປະ​ເທດ​ສະພາ​ສະພາ​ສະຫະພັນ (ສະພາ​ສູງ), ​ໃນວັນ​ທີ 3/12, ທ່ານ ຫງວຽນ​ແທງ​ເຊີນ ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ຢືນຢັນ​ວ່າ: ຫວຽດນາມ ​ເຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ລັດ​ເຊຍ. ທ່ານ ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ: ຫວຽດນາມ ພ້ອມ​ແລ້ວທີ່​ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳຄັນ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້ ລັດ​ເຊຍ ສຳ​ພັດກັນ​ຕະຫລາດ​ບັນດາ​ປະ​ເທດ ອາ​ຊຽນ. ​ແລະ​ກໍ​່ໃນ​ການ​ຕ້ອນຮັບ ທ່ານ ​ເອກ​ອັກຄະ​ລັດຖະທູດ ຫງວຽ​ນ​ແທງ​ເຊີນ ​ໄດ້​ແຈ້ງ​ໃຫ້​ທ່ານ Klimov ຊາບ​ກ່ຽວ​ກັບການ​ປະຕິບັດບັນດາ​ໂຄງການ​ລົງທຶນ​ຂອງ ຫວຽດນາມ ຢູ່ ລັດ​ເຊຍ ຢ່າງ​ມີ​ປະສິດທິ​ຜົນ, ​ເລື່ອງ​ຈັດ​ຕັ້ງ​ສຳ​ເລັດງານ​ຕະຫລາດນັດ​ສິນຄ້າ ຫວຽດນາມ ຄຸນ​ນະພາ​ບສູງ, ພ້ອມ​ທັງ ສະ​ແດ​ງຄວາມ​ປາດ​ຖະໜາ​ຢາກ​ໃຫ້​ທ່ານ Klimov ​ແລະ ອຳນາດ​ການ​ປົກຄອງ ສະຫະພັນ ລັດ​ເຊຍ ສະໜັບສະໜູນ​ບັນດາ​ໂຄງການ​ລົງທຶນ​ຂອງ ຫວຽດນາມ ​ເວົ້າ​ສະ​ເພາະ, ກໍ​ຄື​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຮ່ຳຮຽນ, ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ​ຢູ່ ສະຫະພັນ ລັດ​ເຊຍ. ສ່ວນ​ທ່ານ Klimov ​ເນັ້ນ​ໜັກ​ວ່າ: ລັດ​ເຊຍ ຍາ​ມ​ໃດ​ກໍ​ຖື​ເປັນ​ສຳຄັນການ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ແທດ​ຈິງ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ​ໃນ​ນັ້ນ​ມີຫວຽດນາມ.

 


ຂ່າວ/ບົດ​ອື່ນ