ລັດເຊຍຖອນທະຫານອອກຈາກຊີຣີ

(VOVWORLD) - ວັນທີ 11 ທັນວາ, ຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດລັດເຊຍ, ປະທານາທິບໍດີ Vladimir Putin ໄດ້ຂີ່ເຮືອບິນໄປຍັງຖານທີ່ໝັ້ນການທະຫານ Hmeimim ເພື່ອອອກຄຳສັ່ງເລີ່ມຖອນທະຫານອອກຈາກຊີຣີ ກັບຄືນບັນດາຄ້າຍຕັ້ງທັບປະຈຳການຢູ່ດິນແດນສະຫະພັນລັດເຊຍ.

ລັດເຊຍຖອນທະຫານອອກຈາກຊີຣີ - ảnh 1ລັດເຊຍຖອນທະຫານອອກຈາກຊີຣີ

(ພາບປະກອບ: REUTERS)

ຕາມຄຳເວົ້າຂອງທ່ານ Putin ແລ້ວ, ຄຳສັ່ງນີ້ກ່ຽວຂ້ອງເຖິງກຳລັງປະກອບອາວຸດຂອງລັດເຊຍ ສ່ວນໃຫຍ່ຢູ່ຊີຣີ. ທ່ານປະທານາທິບໍດີ ລັດເຊຍ ເນັ້ນໜັກວ່າ, ໃນໄລຍະ 2 ປີຜ່ານມາ, ກອງທັບລັດເຊຍ ໄດ້ພ້ອມກັບກອງທັບຊີຣີ ຕີທັບມ້າງກຸ່ມກຳລັງທັນສະໄໝທີ່ສຸດຂອງກຳລັງກໍ່ການຮ້າຍສາກົນ. ຕາມທ່ານ Putin ແລ້ວ, ປະເທດລັດເຊຍ ບໍ່ມີວັນທີ່ຈະທໍ້ຖອຍໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ, ເຖິງວ່າ ຕ້ອງທົດແທນຄວາມເສຍຫາຍທາງດ້ານວັດຖຸ ແລະ ຊີວິດອີນຊີ ຕໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ