ລັດເຊຍຖະແຫຼງ ຈະຖອນຕົວອອກຈາກສະພາລັດຖະສະພາເອີຣົບ ພຽງລໍາພັງຝ່າຍດຽວ

(VOVWORLD) -“ພວກຂ້າພະເຈົ້າເຂົ້າຮ່ວມ PACE  ແມ່ນເລີ່ມມາຈາກບ່ອນທີ່ ອົງການດັ່ງກ່າວຮັບປະກັນຂົງເຂດມະນຸດສະທໍາຖືກຕ້ອງຕາມກົດໝາຍ, ເຜີຍແຜ່ໄປທົ່ວເອີຣົບ. 

ວັນທີ 16 ຕຸລາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ ຖະແຫຼງວ່າ Moskva ຈະ “ບໍ່ນໍາມາເຊິ່ງຄວາມເບີກບານມ່ວນຊື່ນ” ໃຫ້ບັນດາຜູ້ທີ່ຢາກປັດເຂ່ຍປະເທດນີ້ອອກຈາກສະພາລັດຖະສະພາເອີຣົບ (PACE) ແລະ ຈະຖອນຕົວອອກຈາກອົງການດັ່ງກ່າວ ພຽງລໍາພັງຝ່າຍດຽວ. ເມື່ອຕອບສໍາພາດຕໍ່ນັກຂ່າວຊ່ອງໂທລະພາບ Euronews, ທ່ານລັດຖະມົນຕີການຕ່າງປະເທດ Lavrov ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າເຂົ້າຮ່ວມ PACE  ແມ່ນເລີ່ມມາຈາກບ່ອນທີ່ ອົງການດັ່ງກ່າວຮັບປະກັນຂົງເຂດມະນຸດສະທໍາຖືກຕ້ອງຕາມກົດໝາຍ, ເຜີຍແຜ່ໄປທົ່ວເອີຣົບ. ຂົງເຂດດັ່ງກ່າວ ພວມຖືກກະໂຕບັນດາບຸກຄົນທີ່ລະເມີດຫຼັກການເຄື່ອນໄຫວທໍາລາຍ ດ້ວຍບັນດາການກະທໍາຜິດກົດໝາຍ, ປົດສິດສະເໝີພາບຂອງຄະນະປະຕິບັດງານ ລັດເຊຍ ກັບບັນດາປະເທດອື່ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ເຂົາເຈົ້າຮູ້ ຕົນເອງແລ້ວວ່າພວມເຮັດຫຍັງຢູ່”.

        ຕາມທ່ານລັດຖະມົນຕີການຕ່າງປະເທດ Lavrov ແລ້ວ, ພຽງແຕ່ຕອບສະໜອງຄວາມມັກໃຫຍ່ໃຝ່ສູງຂອງບັນດານັກການເມືອງ ຢູ່ບາງປະເທດ ເອີີີຣົບ ເທົ່ານັ້ນ ເພື່ອທໍາລາຍຂົງເຂດຮ່ວມຂອງເອີີຣົບ ແມ່ນສິ່ງທິີ່ບໍ່ອາດຮັບຮູ້ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ