ລັດເຊຍຖະແຫຼງຈະຮັບປະກັນຄວາມດຸນດ່ຽງໃນຂອບເຂດ INF

(VOVWORLD) -ລັດເຊຍ ຈະບໍ່ຜັນຂະຫຍາຍລູກສອນໄຟຢູ່ເຂດຂຶ້ນກັບເອີລົບ ຂອງລັດເຊຍ, ຮອດເວລາທີ່ ອາເມລິກາ ບໍ່ຜັນຂະຫຍາຍບັນດາຮາກຖານຢູ່ເອີລົບ.

ລັດເຊຍຖະແຫຼງຈະຮັບປະກັນຄວາມດຸນດ່ຽງໃນຂອບເຂດ INF - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Alexander Grushko

(ພາບ: AFP/TTXVN)

ນີ້ແມ່ນຄຳຖະແຫຼງຂອງທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Alexander Grushko ໃນວັນທີ 16 ມີນາ. ໃນການຕອບສຳພາດຕໍ່ນັກຂ່າວກ່ຽວກັບ “ບັນດາບັນຫາສາກົນ” ຂອງລັດເຊຍ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Grushko ຊີ້ແຈ້ງວ່າ, ມົດສະກູ ພ້ອມແລ້ວທີ່ຈະປະຕິບັດບັນດາມາດຕະການໂຕ້ຕອບທີ່ຈຳເປັນ ເພື່ອຮັບປະກັນຄວາມດຸນດ່ຽງໃນຂອບເຂດກ່ຽວຂ້ອງເຖິງສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF). ທ່ານຮອງລັດຖະມົນຕີ Grushko ກໍ່ຮຽກຮ້ອງບັນດາປະເທດເອີລົບ ກີດຂວາງ ວໍຊິງຕັນ ຜັນຂະຫຍາຍລູກສອນໄຟຢູ່ເອີລົບ. 

ຕອບກັບ

ຂ່າວ/ບົດ​ອື່ນ