ລັດເຊຍຖະແຫຼງຍັງມີວຽກງານຕ້ອງເຮັດຫລາຍຢ່າງເພື່ອຫັນການພົວພັນກັບຕວກກີເປັນປົກກະຕິ

ລັດເຊຍຖະແຫຼງຍັງມີວຽກງານຕ້ອງເຮັດຫລາຍຢ່າງເພື່ອຫັນການພົວພັນກັບຕວກກີເປັນປົກກະຕິ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: EPA/TTXVN)

(vovworld) - ວັນ​ທີ 28/06 ​ໂຄ​ສົກ​ຂອງ​ປະທາ​ນາ​ທິບໍດີ ລັດ​ເຊຍ ທ່ານ Dmitry Peskov ​ໄດ້​ປະກາດ​ຈົດໝາຍ​ຂໍ​ໂທດ​ຂອງທ່ານ​ປະທານາທິບໍດີ ຕວ​ກກີ Recep Tayyip Erdogan ກ່ຽວ​ກັບ​ເຫດ​ຍິງ​ເຮືອບິນ Su – 24 ຂອງ​ ລັດ​ເຊຍ ຕົກ ​ແມ່ນ​ບາດກ້າວສຳຄັນໜຶ່ງ, ​ເພື່ອ​ຫັນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເປັນປົກກະຕິ ຍັງ​ມີ​ວຽກ​ງານ​ຕ້ອງ​​ເຮັດ​ຫລາຍ​ຢ່າງ ​ແລະ ໜ້າວຽກ​ຕາມ​ທິດ​ທາງ​ນີ້ ​ຈະ​ຕ້ອງໄດ້​ຮັບ​ການ​ສືບ​ຕໍ່ປະຕິບັດ. ​ໃນ​ວັນ​ທີ 29/06 ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຕຳ​ແໜ່​ງ ຕວກກີ ຈະ​ມີ​ການ​ໂອ້ລົມທາງ​ໂທລະສັບ​ຕາມ​ຂໍ້​ລິ​ເລີ່​ມຂອງ​ຝ່າຍ​ລັດ​ເຊຍ ​ເພື່ອ​ປຶ​ກສາ​ຫາລື​ວິທີ​ການ​ສ້າງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຄືນ​ໃໝ່.

ກ່ຽວຂ້ອງ​ເຖິງ​ບັນ​ຫາ​ດັ່ງກ່າວ, ​ວັນ​ທີ 28/06 ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ທ່ານ​ນາງ Maria Zakharova​ ຖື​ວ່າ: Ankara ​ໄດ້​ມີ​ບາດ​ກ້າວ​ຢ່າງ​ເຂັ້ມ​ງວດ ຖືກຕາມ​ທິດຍັບ​ເຂົ້າໃກ້​ກັບ ມົດ​ສະ​ກູ ກ່ວາ​ອີກ​. ​ໃນ​ຂະນະ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ຕວກກີ Binali Yildirim ຖະ​ແຫຼ​ງວ່າ ​ໄລຍະ​ຫັນ​ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ຕວກກີ ​ເປັນ​ປົກກະຕິ ​ໄດ້​ຮັບ​ການ​ເລີ່​ມ ຕົ້ນ​ແລ້ວ.

 

ຂ່າວ/ບົດ​ອື່ນ