ລັດເຊຍຖະແຫລງສືບຕໍ່ຫນູນຊ່ວຍຊີຣີຕ້ານການກໍ່ການຮ້າຍ

 ລັດເຊຍຖະແຫລງສືບຕໍ່ຫນູນຊ່ວຍຊີຣີຕ້ານການກໍ່ການຮ້າຍ - ảnh 1
ເຮືອ​ບິນ​ສູ້​ຮົບ​ຂອງ​ລັດ​ເຊຍ​ຢູ່​ຖານ​ທີ່​ໝັ້ນHmeimim
ພາບ: AFP/ TTXVN

(vovworld)- ​ ​ວັນ​ທີ 18/4, ທ່ານ Vitaly Churkin, ຜູ້​ຕາງ​ຫນ້າ​ປະ​ຈຳ​ຂອງ​ລັດ​ເຊຍ ຢູ່ ສ​ປ​ຊ ໄດ້​ຖະ​ແຫລງວ່າ: ລັດ​ເຊຍ ຈະ​ສືບ​ຕໍ່​ຫນູນ​ຊ່ວຍກອງ​ທັບ ຊີ​ຣີ ຕ້ານ​ຄືນ​ບັນ​ດາ​ກຸ່ມກໍ່​ການ​ຮ້າຍ ລວມ​ມີ: ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່ງ​ເອງ ແລະ ແນວ​ໂຮມ al- Nusra. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປ​ຶກ​ສາ​ຫາ​ລື ຂອງ ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ, ຜູ້​ຕາງ​ຫນ້າ​ຂອງ​ລັດ​ເຊຍ ທ່ານ Vitaly Churkin ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງວ່າ: ບັນ​ດາ​ຝ່າຍ​ຄວນ​ໝູນ​ໃຊ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່ ຊີ​ຣີ ແລະ ການ​ເຈ​ລະ​ຈາ​​ໂດຍ​ສັນ​ຕິລະ​ຫວ່າງ​ລັດ​ຖະ​ບານ ຊີ​ຣີ ກັບ​ກຳ​ລັງ​ຝ່າຍ​ຄ້ານ​ໂດຍ ສ​ປ​ຊ ຫນູນ​ຊ່ວຍ ພວມ​ດຳ​ເນີນ​ໄປ​ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ ເພື່ອ​ບັນ​ລຸ​ມາດ​ຕະ​ການ​ດ້ານ​ການ​ເມືອງ​ແບບ​ຍືນ​ຍົງ. ຕາມ​ ທ່ານ Vitaly Churkin ແລ້ວ, ມົດ​ສະ​ກູ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສອງ​ກຸ່ມ​ປະ​ຕິ​ບັດ​ງານ ກ່ຽວ​ກັບ​ການ​ຢຸດ​ຍິງ ແລະ ສຳ​ຜັດ​ມະ​ນຸດ​ສະ​ທຳ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່ ເຊີ​ແນວ.

ຖະ​ແຫລງ​ການ​ດັ່ງ​ກ່າວ​ຂອງ​ລັດ​ເຊຍ ຖືກ​ຍົກ​ອອກ​ມາ ພາຍ​ຫລັງ​ມີ​ຂ່າວ​ວ່າ ກຳ​ລັງ​ຝ່າຍ​ຄ້ານ​ຕົ້ນ​ຕໍ​ຢູ່ ຊີ​ຣີ ໄດ້​ສະ​ເຫນີ​ທູດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ​ຊີ​ຣີ ທ່ານ Staffan de Mistura ໂຈະ​ການ​ເຈ​ລະ​ຈາ​​ໃນປະ​ຈຸ​ບັນ ຢູ່ ເຊີ​ແນວ​ໄວ້ ຈົນ​ເຖິງ​ເວ​ລາ​ທີ່​ມີ​​ບັນ​ດາ​ເງື່ອນ​ໄຂ​ເໝາະ​ສົມ. ວັນ​ທີ 18/4, ບັນ​ດາ​ກຸ່ມ​ຝ່າຍ​ຄ້ານປະ​ກອບ​ອາ​ວຸດ ຢູ່ ຊີ​ຣີ ໄດ້​ກ່າວ​ຫາ​ທູດ​ພິ​ເສດ ສ​ປ​ຊ Mistura ສະ​ຫນັບ​ສະ​ຫນູນ​ອຳ​ນ​າດ​ການ​ປົກ​ຄອງ Damascus ພ້ອມ​ທັງ​ເລັ່ງ​ລັດ​ບັນ​ດາ​ນັກ​ເຈ​ລະ​ຈາ​ຝ່າຍ​ຄ້ານ​ມີ​ຫລັກ​ໝັ້ນ​ແຂງ​ກະ​ດ້າງກວ່າ​ທີ່ການ​ເຈ​ລະ​ຈາຢູ່ ເຊີ​ແນວ.

ຕອບກັບ

ຂ່າວ/ບົດ​ອື່ນ