ລັດ​ເຊຍ​ທັບ​ມ້າງ​ກົນ​ອຸ​ບາຍ​ການກໍ່​ການ​ຮ້າຍ, ກັກ​ຕົວເປົ້າໝາຍ​ທີ່​ມີ​ການ​ພົວ​ພັນ​ກັບ IS

(VOVWORLD) -ວັນທີ 27 ມີນາ, ສຳນັກຂ່າວສານລັດເຊຍ Sputnikໄດ້ລົງຂ່າວວ່າອົງການຄວາມໝັ້ນຄົງສະຫະພັນລັດເຊຍ (FSB) ຫາກໍ່ກັກຕົວພົນລະເມືອງປະເທດນີ້ທີ່ມີການພົວພັນກັບອົງການຈັດຕັ້ງ “ລັດອິດສະລາມ” (IS), ຜ່ານນັ້ນສາມາດ ສະກັດກັ້ນກົນອຸບາຍບຸກໂຈມຕີກໍ່ການຮ້າຍຢູ່ເຂດKrasnodar. 
ລັດ​ເຊຍ​ທັບ​ມ້າງ​ກົນ​ອຸ​ບາຍ​ການກໍ່​ການ​ຮ້າຍ, ກັກ​ຕົວເປົ້າໝາຍ​ທີ່​ມີ​ການ​ພົວ​ພັນ​ກັບ IS - ảnh 1ຕຳຫຼວດລັດເຊຍຢູ່ສະຖານທີ່ເກີດເຫດຍິງປຶນ (ພາບ: AFP/TTXVN) 

ຜ່ານການກວດກາ, ກຳລັງເຈົ້າໜ້າທີ່ໄດ້ຄົ້ນພົບລູກລະເບີດຜະລິດເອງລູກໜຶ່ງຢູູູ່່່ໃນລົດຂອງເປົ້າໝາຍ. ນອກຈາກນັ້ນ, ໃນໂທລະສັບຂອງເປົ້າໝາຍກໍ່ໄດ້ບັນທຶກຂໍ້ມູນຫຼາຍຢ່າງທີ່ມີການຕິດຕໍ່ພົວພັນກັບບັນດາສະມາຊິກຂອງອົງການ IS.

ຕອບກັບ

ຂ່າວ/ບົດ​ອື່ນ