ລັດເຊຍນຳລະບົບ ຣາດາ ເຕືອນລູກສອນໄຟ ເຂົ້າເຄື່ອນໄຫວ

ລັດເຊຍນຳລະບົບ ຣາດາ ເຕືອນລູກສອນໄຟ ເຂົ້າເຄື່ອນໄຫວ - ảnh 1
( ພາບ : http://thvl.vn )
ສື່​ມວ່ນຊົນ​ລັດ​ເຊັຍ​ໃຫ້​ຂ່າວ​ເມື່ອ​ວັນ​ທີ 29/11ວ່າ : ປະທານາທິບໍດີ​ລັດ​ເຊັຍ Medvedev ຫາ​ກໍ​ອະນຸຍາດ​ນຳ​ເຂົ້າ​ເຄື່ອນ​ໄຫວ​ລະບົບ ຣາດາ​ເຕືອນລູກ​ສອນ​ໄຟ​ໂດຍໄວ ຢູ່​ເຂດ Kaliningrad ຢ່າງ​ເປັນ​ທາງ​ການ ​ເພື່ອ​ກຍມປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ອາ​ເມ​ລິ​ກາ ຖືກ​ຜັນ​ຂະຫຍາຍ​ຢູ່​ເອີ​ລົບ. ປະທານາທິບໍດີ​ລັດ​ເຊັຍ Medvedev ​ໃຫ້​ຮູ້​ວ່ານີ້​ແມ່ນ​ການກະທຳ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ເຊຍ​ກຽມພ້ອມ​ໂຕ້​ຕອບຕໍ່ ລະບົບ ລູກ​ສອນ​ໄຟ​ທີ່ ​ອາ​ເມ​ລິ​ກາ​ ຜັນ​ຂະຫຍາຍ​ຢູ່​ເອີ​ລົບ. ​ແຕ່ປະທານາທິບໍດີ​ລັດ​ເຊຍ Medvedev ຍັງ​ເນັ້ນ​ວ່າ​ລະບົບຣາດາ​ນີ້ ອາດ​ສາມາດ​ເຂົ້າ​ຮ່ວມ​ຕາໜ່າງ ປ້ອງ​ກັນ​ຮ່ວມ​ຂອງ ລັດ​ເຊັຍ ​ແລະ Nato ຖ້າວ່າ 2 ຝ່າຍ​ບັນລຸ​ໄດ້​ສັນຍາ​ຮ່ວມ​ມື .
ຂ່າວ/ບົດ​ອື່ນ