ລັດເຊຍບຸກໂຈມຕີທາງອາກາດເພື່ອທຳລາຍສະໜາມຍິງປືນໃຫຍ່ISຢູ່ພາກກາງຊີຣີ

ລັດເຊຍບຸກໂຈມຕີທາງອາກາດເພື່ອທຳລາຍສະໜາມຍິງປືນໃຫຍ່ISຢູ່ພາກກາງຊີຣີ - ảnh 1
​ເຮືອບິນ​ຂອງກອງທັບ​ອາກາດລັດ​ເຊ​ຍ
(ພາບປະກອບ: tienphong)


(vovworld) – ​ວັນ​ທີ 02/11, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊ​ຍ, ພົນ​ຈັດຕະວາ Igor Konashenkov ​ແຈ້ງ​ໃຫ້​ຊາບ​ວ່າ, ​ເຮືອບິນ​ຂອງກອງທັບ​ອາກາດລັດ​ເຊ​ຍ ​ໄດ້​ທຳລາຍ​ບັນດາ​ຂຸ​ມ​ລີ້​​ໄພໃຕ້​ດິນ ​ແລະ ສະໜາມ​ຍິງ​ປືນ​ໃຫຍ່ປ້ອງ​ກັນ​ອາ​ກາດ​ຂອງ​ພວກ​ກະບົດ​ລັດ​ອິດສະ​ລາມ IS ​ອ້າງຊື່​ເອງ ຢູ່​ແຂວງ Homs ທາງ​ພາກ​ກາງ​ຊີຣີ. ສຳນັກ​ຂ່າວສາ​ນ TASS ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ພົນ​ຈັດຕະວາ Igor Konashenkov ​ໃຫ້​ຮູ້​ວ່າ, ​ເຮືອບິນ​ສູ້​ຮົບ Su 25 ຂອງ​ກອງທັບອາກ​າດ​ລັດ​ເຊ​ຍ ​ໄດ້​ບຸກ​ໂຈມ​ຕີ​ໃສ່​ຖານ​ທີ່​ໝັ້ນ​ຂອງ IS ຢູ່​ເຂດ Tadmor ​ແຂວງ Homs, ​ທຳລາຍ​ທີ່​ໝັ້ນ ​ແລະ ຂຸ​ມ​ລີ້​​ໄພໃຕ້​ດິນ ກໍ​ຄືສະໜາມ​ຍິງ​ປືນ​ໃຫຍ່​ຂອງ IS.

ຂ່າວ/ບົດ​ອື່ນ