ລັດເຊຍປະກາດຈະຊ່ວຍ ຊີຣີໃນກໍລະນີຖືກບຸກໂຈມຕີ

ລັດເຊຍປະກາດຈະຊ່ວຍ ຊີຣີໃນກໍລະນີຖືກບຸກໂຈມຕີ - ảnh 1
(ພາບ:thethaovanhoa.vn)

 (vovworld)-​​​​ ​ ວັນ​ທີ 6/9,​ ທີ່​ການ​ພົບ​ປະ​ເຈລະຈາ​ຢູ່​ນອກ​ກອງ​ປະຊຸມ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົນ​ເດັ່ນ​ຂຶ້ນ (G20) ຈັດ​ຂຶ້ນ​ຢູ່ St.Petesburg, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ຄູ່​ຕຳ​ແໜ່​ງລັດ​ເຊຍ, ທ່ານ Vladimir Putin ບໍ່​ຊອກ​ຫາ​ໄດ້​ສຽງ​ເວົ້າລວມຂະນະ​ທີ່​ວໍ​ຊິງ​ຕັນ ​ໃຫ້​ເຫັນ​ວ່າ ຈະ​ປະລະ​ການ​ເກັ້ຍກ່ອມ​ມົດ​ສະ​ກູ ສະໜັບສະໜູນ​ບັ້ນຮົບ​ການ​ທະຫານ​ບຸກ​ໂຈມ​ຕີ​ຊີຣີ. ຕອບ​ສຳພາດ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນອກ​ກອງ​ປະຊຸມ G20, ປະທານາທິບໍດີ​ລັດ​ເຊຍ Vladimir Putin ປະກາດ​ວ່າ: ລັດ​ເຊຍ​ຈະ​ຊ່ວຍ​ເຫຼືອ​ຊີຣີ ຖ້າ​ຫາກ​ວ່າ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ຖືກ​ບຸກ​ໂຈມ​ຕີ. ທ່ານ​ຍັງ​ໃຫ້​ຮູ້​ວ່າ: ລັດ​ເຊຍ ​ຈະ​ສະໜອງ​ອາວຸດ​ໃຫ້​ຊີຣີ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ. ລັດ​ເຊຍ​ ປາດ​ຖະໜາ​ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່​ປະ​ເທດ​ນີ້. ​ແລະ​ ກໍ່​ໃນ​ວັນ​ທີ 6/9, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ປະກາດຄັດ​ຄ້ານ​ແຜນການ​ບຸກ​ໂຈມ​ຕີ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ​​ແນ​ໃສ່ຊີຣີ.

ຂ່າວ/ບົດ​ອື່ນ