ລັດເຊຍປະຕິເສດຄຳກ່າວຫາປະກອບອາວຸດໃຫ້ກຳລັງຢູ່ຢູແກຼນຕາເວັນອອກ

ລັດເຊຍປະຕິເສດຄຳກ່າວຫາປະກອບອາວຸດໃຫ້ກຳລັງຢູ່ຢູແກຼນຕາເວັນອອກ - ảnh 1
ຂະບວນລົດຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳ ຢູ່ເຂດຊາຍແດນ
(ພາບ: AFP-TTXVN)

(vovworld) – ວັນ​ທີ 17/8, ວັງ Kremlin ຂອງ​ລັດ​ເຊຍ​ ​ໄດ້​ອອກ​ຖະ​ແຫຼ​ງການ​ປະຕິ​ເສດ​ທຸກໆ​ຄຳ​ກ່າວ​ຫາ​ຂອງ Kiev ກ່ຽວ​ກັບ​ເລື່ອງ ມົດ​ສະ​ກູ ປະກອບ​ອາວຸດ​ໃຫ້​ກຳລັງ​ທວງ​ໃຫ້​ຫັນ​​ເປັນ​ສະຫະພັນຢູ່ ຢູ​ແກຼນ ຕາ​ເວັນ​ອອກ. ​ເມື່ອ​ຕອບ​ສຳ​ພາດ​ຂອງ​ວິທະຍຸ Govorit Moskva, ​ທ່ານ Dmitry Peskov, ໂຄສົກ​ຂອງ​ປະທານາທິບໍດີ ລັດ​ເຊຍ Vladimir Putin, ​ໄດ້​ຢັ້ງຢືນ​ບໍ່ມີ​ອຸປະກອນ​ກາ​ນທະຫານ​ໃດ​ໄດ້ຂົນ​ສົ່ງ​ໄປ​ຍັງ ຢູ​ແກຼນ ຕາ​ເວັນ​ອອກ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ໂຄສົກ​ກອງທັບ​ ຢູ​ແກຼນ ທ່ານ Andriy Lysenko ​ເວົ້າ​ວ່າ: ຢູ​ແກຼນ ພົບ​ເຫັນ​ບັນດາ​ອຸປະກອນ​ການ​ທະຫານ​ໃໝ່​ຂ​ອງລັດ​ເຊຍ ​ໄດ້​ປະກອບ​ໃຫ້​ກຳລັງ​ທວງ​ເອົາ​ຫັນຢູ່​ເປັນ​ສະຫະພັນ ຢູ​ແກຼນ ຕາ​ເວັນ​ອອກ. ຈຳນວນ​ອຸປະກອນ​ການ​ທະຫານ​ໃໝ່​ນີ້​ລວມມີ: 3 ລະບົບ​ລູກ​ສອນ​ໄຟ Grad, ​ໄດ້​ຮັບ​ການ​ຂົນ​ສົ່ງຈາກ ລັດ​ເຊຍ ​ເຂົ້າປະ​ເທດ​ນີ້​ໃນ​ຮອບ​ເວລາ 24 ຊົ່ວ​ໂມງ.

    ໃນ​ຂະນະ​ນັ້ນ, ວັນ​ທີ 17/8, ຄະນະ​ກຳມະການ​ກາ​ແດງ ສາກົນ (ICRC) ​ໃຫ້​ຮູ້​ວ່າ: ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາຍ​ແດນ ​ແລະ ພາສີ​ຂອງ ລັດ​ເຊຍ ​ແລະ ຢູ​ແກຼນ ​ໄດ້​ເຫັນ​ດີ​​ເລີ່​ມກວ​ດກາ​ຈຳ​ນວນລົດ​ຂົນ​ສົ່ງ​ທຳ​ອິດ​ໃນ​ຂະ​ບວນ​ລົດ​ຂົນ​ສົ່ງ​ສິນຄ້າ​ມະນຸດສະທຳ​ຂອງ​ລັດ​ເຊຍ ​ໃຫ້ ຢູ​ແກຼນ. ຄາ​ດວ່າ, ຂະ​ບວນລົດຈະ​​ເດີນທາງ ລັດ​ເຊຍ ​ເຂົ້າ​ດິນ​ແດນ ຢູ​ແກຼນ ພາຍ​ໃຕ້​ການ​ອາລັກຂາ​ຂອງ ICRC.


ຂ່າວ/ບົດ​ອື່ນ