ລັດເຊຍປະຕິເສດເລື່ອງເຫັນດີຜັນຂະຫຍາຍກຳລັງຕຳຫຼວດຂອງOSCEຢູ່ພາກຕາເວັນອອກຢູແກຼນ

ລັດເຊຍປະຕິເສດເລື່ອງເຫັນດີຜັນຂະຫຍາຍກຳລັງຕຳຫຼວດຂອງOSCEຢູ່ພາກຕາເວັນອອກຢູແກຼນ - ảnh 1
ວາລະປະຊຸມຂອງສະພາແຫ່ງຊາດ ຢູແກຼນ
(ພາບ: ໜັງສືພິມຂ່າວສານ)

(vovworld) –  ວັນ​ທີ 2/6, ວັງ Kremlin ​ໄດ້​ປະຕິ​ເສດ​ແຫຼ່ງຂ່າວ​ຖື​ວ່າ: ລັດ​ເຊຍ ​ໄດ້​ເຫັນ​ດີຜັນ​ຂະຫຍາຍ​ກຳລັງ​ຕຳຫຼວດ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື ​ເອີ​ລົບ​ (OSCE) ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ​ໂຄສົກ​ຂອງ​ວັງ Kremlin ທ່ານ Dmitry Peskov ​ໃຫ້​ຮູ້​ວ່າ: ບັນດາ​ຂໍ້​ມູນ​ໃນບົດ​ລາຍງານ​ຂອງ​ກຸ່ມ 4 ຝ່າຍ Normandy  ​ກ່ຽວ​ກັ​ບ​ເລື່ອງ: ລັດ​ເຊຍ ​ໄດ້​ເຫັນ​ດີ​​ໃຫ້​ຜັນ​ຂະຫຍາຍ​ກຳລັງ​ຕຳຫຼວດ​ຂອງ OSCE ​ເຖິງ​​ເຂດ​ທີ່ເກີດ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ນັ້ນ​ແມ່ນບໍ່​ຖືກ​ກັບ​ຄວາມ​ຈິງ. ສຳນັກ​ຂ່າວສານ RIA Novosti ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Peskov ຢັ້ງຢືນ​ວ່າ: ​ບໍ່ມີ​ຂໍ້​ຕົກລົງ​ໃດ​ກ່ຽວ​ກັບ​ບັນຫາ​ນີ້​ຍ້ອນ ບໍ່​ວ່າ​ຂໍ້​ຕົກລົງ​ໃດໆ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ພາກ​ຕາ​ເວັນ​ອອກ ຢູ​ແກຼນ ກໍ່​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ເຖິງ​ຫຼັກ​ໝັ້ນ​ຂອງ​ບັນດາ​ຕາງໜ້າ​ຢູ່ Donbass, ພາກ​ຕາ​ເວັນ​ອອກ ຢູ​ແກຼນ.


ຂ່າວ/ບົດ​ອື່ນ