ລັດເຊຍ:ປະທານາທິບໍດີPutinປະກາດໃຊ້ກົດໝາຍກ່ຽວກັບການໂອນເອົາCrimea

ລັດເຊຍ:ປະທານາທິບໍດີPutinປະກາດໃຊ້ກົດໝາຍກ່ຽວກັບການໂອນເອົາCrimea - ảnh 1
ທ່ານ​ປະທານາ​ທິບໍດີ​ລັດ​ເຊຍ Vladimir Putin
(ພາບຈາກອິນເຕີເນັດ)

(vovworld) – ວັນ​ທີ 21/3, ທ່ານ​ປະທານາ​ທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ເຊັນ​ປະກາດ​ໃຊ້​ບັນດາ​ກົດ​ໝາຍ​ໂອນ​ແຫຼມ Crimea ​ແລະ ນະຄອນ Sevastopol ​ເຂົ້າ​ສະຫະພັນ ລັດ​ເຊຍ, ກົດ​ໝາ​ຍ​ລັດຖະທຳ​ມະນູນ​ສະຫະພັນ​ກ່ຽວ​ກັບ​ເລື່ອງ​ໂອນ Crimea ​ເຂົ້າ​ສະຫະພັນ ລັ​ດ​ເຊຍ ​​​ແລະ ເລື່ອງ​ສ້າງ​ຕັ້ງ​ ສ. Crimea ​ແລະ ນະຄອນ​ລະດັບ​ສະ​ຫະພັນ Sevastopol. ຈາກ​ນັ້ນ, ທ່ານ Putin ​ໄດ້​ເຊັນ​​ລັດຖະດຳລັດ​ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ເຂດ​ສະຫະພັນ Crimea ​ແລະ ​ແຕ່ງ​ຕັ້ງທ່າ​ນ Oleg Belavensev ​ເປັນ​ຜູ້ຕາງໜ້າ​ມີ​ອຳນາດ​ເຕັມ​ຂອງ​ປະທານາທິບໍດີ ລັດ​ເຊຍ ຢູ່​ເຂດ​ນີ້.

    ສຳລັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ເຊິ່ງ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ ​ເອີ​ລົບ ຍົກ​ອອກ​ມາ, ວັນ​ທີ 21/3, ​ທ່ານ Dmitry Peskov, ໂຄສົກ​ຂອງ​ປະທານາທິບໍດີ ລັດ​ເຊຍ ຖະ​ແຫຼ​ງວ່າ ລັດ​ເຊຍ ຈະ​ໂຕ້​ຕອບ​ດ້ວຍ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ​ສຳລັບ​ບໍ່​ວ່າມາດຕະການ​ລົງ​ໂທດ​ໃດ​ໆ​ແນ​ໃສ່​ປະ​ເທດ​ນີ້.

    ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່ ຢູ​ແກຼນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ມີ​ການ​ໂອ້​ລົ​ມທາງ​ໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງ ​ເຢຍລະ​ມັນ​ ທ່ານ Frank – Walter Steinmeier ​ເມື່ອ​ວັນ​ທີ 21/3 ​ເພື່​ອປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່ ຢູ​ແກຼນ, ​ໃນ​ນັ້ນ​ມີ​ການ​ຜັນ​ຂະຫຍາຍ​ຄະນະ​ຜູ້​ສັງ​ເຫດການ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື ​ເອີ​ລົບ (OSCE) ຢູ່​ປະ​ເທດ​ນີ້.

    ວັນ​ທີ 21/3, ທ່ານ​​ເລຂາທິການ​ໃຫຍ່ ສປຊ Ban Ki – moon ກໍ່​ໄດ້​ຖະ​ແຫຼ​ງວ່າ: ອົງການ​ນີ້​ກຽ​ມພ້ອມ​ຊ່ວຍ ຢູ​ແກຼນ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢ່າງ​ຍຸຕິ​ທຳ, ​ໂປງ​ໃສ ​ແລະ ​ເສລີ.

ຂ່າວ/ບົດ​ອື່ນ