ລັດເຊຍ,ຝລັ່ງ,ເຢຍລະມັນ ມານະພະຍາຍາມຊອກຫາວິທີແກ້ໄຂໃຫ້ວິກິດການ ຢູແກຼນ

ລັດເຊຍ,ຝລັ່ງ,ເຢຍລະມັນ ມານະພະຍາຍາມຊອກຫາວິທີແກ້ໄຂໃຫ້ວິກິດການ ຢູແກຼນ - ảnh 1
(ພາບປະກອບ)

(vovworld) –  ພາຍ​ຫຼັງທີ່​ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ເອີ​ລົບ ບໍ່​ເກ້ັ​ຍກອມຢູ​ແກຼນ ຕໍ່​ກຳນົດ​ເວລາ​ຢຸດ​ຍິງ​ຢູ່​ທິດ​ຕາ​ເວັນ​ອອກຂອງ​ປະ​ເທດ​ນີ້​ໄດ້, ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ, ຝລັ່ງ, ​ເຢຍລະ​ມັນ ​ແລະ ຢູ​ແກຼນ ​ໄດ້​ພົບ​ປະກັນ​ຢູ່​ນະຄອນຫຼວງ ​Berlin, ​ເຢຍລະ​ມັນ ​ໃນ​ວັນ​ທີ 02/07, ​ເພື່ອ​ຊອກ​ຫາ​ວິທີ​ຊຸກຍູ້​ບັນດາ​ຂໍ້​ລິ​ເລີມ​ສັນຕິພາບ​​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ທີ່ແກ່ຍາວ​ຢູ່​ຢູ​ແກຼນ. ກ່​ອນໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັ​ດ​ເຊຍ Sergei Lavrov ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ເພື່ອ​ກະຕຸກ​ຊຸກຍູ້​ອາ​ເມ​ລິ​ກາ ກໍ່​ຄວາມ​ກົດ​ດັນບັງຄັບ​ໃຫ້​ອຳນາດ​ການ​ປົກຄອງ​ຢູ​ແກຼນ ຢຸດຕິ​ບັ້ນ​ຮົບ​ດ້ານການ​ທະຫານ​ຢູ່​ທິດຕາ​ເວັນ​ອອກ. ນັກ​ການ​ທູດ​ລັດ​ເຊຍ ຢືນຢັນ​ວ່າ ​ເລື່ອງ​ປະທານາທິບໍ​ດີ​ຢູ​ແກຼນ ບໍ່​ຕໍ່​ກຳນົດ​ເວລາ​ຢຸດ​ຍິງ ຈະ​​ກໍ່​ໃຫ້​ເກີດການ​ໃຊ້​ຄວາມຮຸນ​ແຮງ​ທີ່​ນອງ​ເລື​ອດຄັ້ງ​ໃໝ່ ດ້ວຍ​ຜົນ​ຮ້າຍຢ້ອນ​ຫຼັງທີ່​ບໍ່​ສາມາດ​ຄາດ​ຄະ​ເນໄດ້. ​ໃນ​ຂະນະ​ນັ້ນ, ທ່ານ Kerry ຖະ​ແຫຼ​ງວ່າ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ເອີ​ລົບ ຈະ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ລັດ​ເຊຍ ຢຸດ​ຕິ​ການ​ກະທຳ​​​ເຊິ່ງ​ເຂົ້າ​ເຈົ້າ​ຖື​ວ່າ “ສະໜອງ​ອາວຸດ” ​ໃຫ້​ກຳລັງ​ປ້ອງ​ກັນ​ທ້ອງ​ຖິ່ນ​ຢູ່​ທາງ​ທິດຕາ​ເວັນ​ອອກ​ຢູ​ແກຼນ, ມີ​ການ​ເຄື່ອນ​ໄຫວຫຼາຍ​ກວ່າ ​ເພື່ອຕິດຕາມ​ກວ​ດກາ​ເຂດ​ຊາຍ​ແດນ​ຕິດກັບ​ຢູ​ແກຼນ, ຮຽກຮ້ອງ​ໃຫ້​ຝ່າຍ​ທີ່ຮຽກ​ຮ້ອງ​ຫັນ​​ເປັນ​ສະຫະພັນ​ປະລະ​ອາວຸດ, ມອບຄືນ​ບັນດາ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​​ເຊິ່ງ​ເຂົ້າ​ເຈົ້າ​ພວມ​ຄວບ​ຄຸມ​ໃຫ້​ອຳນາດ​ການ​ປົກຄອງ​ຢູ​ແກຼນ ​ແລະ ປ່ອຍ​ຕົວ​ຈຳນວນ​ນັກ​ໂທດທີ່​ຍັງ​ເຫຼືອ.

ຂ່າວ/ບົດ​ອື່ນ