ລັດເຊຍພິຈາລະນາເລື່ອງໂຕ້ຕອບບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ

(VOVWORLD) -ວັນທີ 09 ສິງຫາ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ປະເທດນີ້ພວມພິຈາລະນາບັນດາມາດຕະການໂຕ້ຕອບ ພາຍຫຼັງທີ່ອາເມລິກາ ຖະແຫຼງຈັດວາງການລົງໂທດໃໝ່ແນໃສ່ມົດສະກູ ທີ່ກ່ຽວຂ້ອງເຖິງເລື່ອງອະດີດນັກສືບລາຊາສະການລັບ ແລະ ລູກສາວຂອງທ່ານນີ້ຖືກວາງຢາພິດ.

ລັດເຊຍພິຈາລະນາເລື່ອງໂຕ້ຕອບບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ - ảnh 1 ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova

(ພາບປະກອບ: sputnik)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ໂຄສົກກະຊວງການຕ່າງປະເທດລັດເຊຍ ທ່ານນາງ Maria Zakharova ຢືນຢັນວ່າ, ບໍ່ມີຫຼັກຖານໃດໆທີ່ພິສູດໃຫ້ເຫັນເລື່ອງ ມົດສະກູ ຢືນຢູ່ເບື້ອງຫຼັງເຫດວາງຢາພິດອະດີດນັກສືບລາຊະການລັບ Sergei Skripal ແລະ ລູກສາວ. ທ່ານນາງເນັ້ນໜັກວ່າ, ສາຍເຫດທີ່ອາເມລິກາ ຍົກອອກມາເພື່ອຈັດວາງການລົງໂທດຕໍ່ລັດເຊຍ ແມ່ນບໍ່ມີມູນຄວາມຈິງ.

        ກ່ອນໜ້ານັ້ນໃນວັນດຽວດັນ, ສະຖານທູດລັດເຊຍ ປະຈຳອາເມລິກາ ໄດ້ອອກສຽງຕຳນິຕິຕຽນ ວໍຊິຕັນ ຈັດວາງບັນດາມາດຕະການລົງໂທດແນໃສ່ມົດສະກູ, ພ້ອມທັງຊີ້ແຈ້ງວ່າ, ມົດສະກູ ສືບຕໍ່ຮຽກຮ້ອງການສືບສວນຢ່າງເປີດເຜີຍ ແລະ ໂປ່ງໄສກ່ຽວກັບເຫດການດັ່ງກ່າວ.

        ຄາດວ່າ, ບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ຈະມີຜົນສັກສິດນັບແຕ່ວັນທີ 22 ສິງຫາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ