ລັດເຊຍພ້ອມແລ້ວທີ່ຈະຕ້ອນຮັບທ່ານ Kim Jong- Un ປະທານ ສປປ.ເກົາຫຼີ ມາຢ້ຽມຢາມ.

(VOVWORLD) -ຕາມທ່ານ Dmitry Peskov ແລ້ວ, ລັດເຊຍ ແລະ ສປປ.ເກົາຫຼີ ຮັກສາການພົບປະຜ່ານຊ່ອງທາງການທູດຢ່າງເປັນປະຈຳ

ວັນທີ 4 ມີນາ, ທ່ານ Dmitry Peskov ໂຄສົກຂອງປະທານາທິບໍດີ ລັດເຊຍໃຫ້ຮູ້ວ່າ ການເດີນທາງຢ້ຽມຢາມລັດເຊຍຂອງທ່ານ Kim Jong- Un  ການນຳ ສປປ.ເກົາຫຼີ ແມ່ນຢູ່ໃນແຜນດໍາເນີນງານລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມປາດຖະໜາວ່າກຳນົດເວລາດຳເນີນການຢ້ຽມຢາມສອງຝ່າຍຈະໄດ້ ເປັນເອກະພາບກັນໃນອະນາຄົດໃກ້ນີ້.

ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ເຊີນການນຳ ສປປ.ເກົາຫຼີມາຢ້ຽມຢາມ ລັດເຊຍ. ແຕ່ກ່ອນໜ້ານັ້ນໄດ້ມີແຜນການວ່າທ່ານ Kim Jong-Un ຈະເຂົ້າຮ່ວມເວທິປາໄສເສດຖະກິດທາງທິດຕາເວັນອອກ ຢູ່ນະຄອນ Vladivostock ໃນເດືອນກັນຍາ ປີ 2018 ແຕ່ບໍ່ເປັນໄປຕາມແຜນ. ປັດຈຸບັນ, ລັດເຊຍໄດ້ເນັ້ນໜັກວ່າພ້ອມແລ້ວທີ່ຈະຕ້ອນຮັບການນຳ ສປປ.ເກົາຫຼີ ໃນເວລາໃດໜຶ່ງເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ