ລັດເຊຍພ້ອມແລ້ວທີ່ຈະຟື້ນຟູການພົວພັນກັບອາເມລິກາ

ລັດເຊຍພ້ອມແລ້ວທີ່ຈະຟື້ນຟູການພົວພັນກັບອາເມລິກາ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov
(ພາບ​ປະ​ກອບ: RIA Novosti/Sergey Kuznetsov)


(vovworld) - ວັນ​ທີ 05/02, ໜັງ​ສື່​ພິມ​ລາຍ​ສັບ​ປະ​ດາ “Profil” ຂອງໂອ​ຕາ​ລິດ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ​ໂດຍຢືນ​ຢືນ​ວ່າ, ມົດ​ສະ​ກູ ພ​້ອມ​ແລ້ວ​ທີ່​ຈະ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ຕົນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ຟື້ນ​ຟູ​ການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ ເຊິ່ງ​ເຄີຍ​ຖືກ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງພາຍ​ໃຕ້​​ອຳ​ນາດ​ການ​ປົກ​ຄອງ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama. ທ່ານ Sergei Lavrov ໃຫ້​ຮູ້​ວ່າ, ມົດ​ສະ​ກູ ພວມ​ຕິດ​ຕາມ​ບັນ​ດາ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ກ່ຽວ​ກັບ​ລັດ​ເຊຍ ຢ່າງ​ໃກ​້​ຊິດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ Sergei Lavrov ກໍ​ໃສ່​ໃຈ​​ວ່າ ປະ​ຈຸ​ບັນຍັງ​ມີ​ເວ​ລາ​ຫຼາຍ​ເພື່ອ​ເວົ້າເຖິງ​​ວິ​ທີ​ການສືບ​ຕໍ່​ເຮັດ​ວຽກ​ກັບ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​ຂອງ​ອາ​ເມ​ລິ​ກາ ໂດຍ​ພັກ​ສາ​ທາ​ລະ​ນະ​ຊີ້​ນຳ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃດ​ໜຶ່ງ. ນອກນັ້ນ, ທ່ານ Sergei Lavrov ກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​​ກ່ຽວ​ກັບ​ການຮ່ວມ​ມືໃນ​​ຂົງ​ເຂດ​ປ່ຽນ​ໃໝ່ ແລະ ເຕັກ​ໂນ​ໂລ​ຊີ, ຄຽງ​ຂ້າງ​ຄວາມ​ຕ້ອງ​ການ​ສົມ​ທົບ​ກັນ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຕໍ່​ສູ້​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ສາ​ກົນ.


ຂ່າວ/ບົດ​ອື່ນ