ລັດເຊຍມີປະຕິກິລິຍາຕໍ່ເລື່ອງຢູແກຼນມອບກົດລະບຽບພິເສດຢູ່ພາກຕາເວັນອອກ

ລັດເຊຍມີປະຕິກິລິຍາຕໍ່ເລື່ອງຢູແກຼນມອບກົດລະບຽບພິເສດຢູ່ພາກຕາເວັນອອກ - ảnh 1
ການປະທະກັນຢູ່ພາກຕາເວັນອອກ ຢູແກຼນ ໄດ້ແກ່ຍາວເປັນເວລາ 4 ເດືອນ
(ພາບ: AFP/TTXVN)

(vovworld) – ​​​ວັນ​ທີ 17/9, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັ​ດ​ເຊຍ ​Sergei Lavrov ໄດ້ຊົມ​ເຊີຍ ​ເລື່ອງ​ສະພາ​ແຫ່ງ​ຊາດ ຢູ​ແກຼນ ຕົກລົງ​ມອບ​ກົດ​ລະບຽບ​ພິ​ເສດ​ໃຫ້ 2 ​ເຂດ​ຢູ່​ພາກ​ຕາ​ເວັນ​ອອກ​ແມ່ນ “ບາດກ້າວ​ເດີນ​ໃນ​ແນວທາງ​ຊີ້​ນຳ​ຖືກຕ້ອງ”. ​ໃນ​ຖະ​ແຫຼ​ງການໜຶ່ງ, ກະຊວງ​ດັ່ງກ່າວ​ກໍ່ກ່າວ​ເຕືອນ​ວ່າ: ບໍ່​ວ່າຄວາມ​ມານະ​ພະຍາຍາມ​ໃດ​ເພື່ອ​ແນ​ໃສ່​ປ່ຽນ​​ແປງ ຫຼື ຖອນ​ຄື​ນກົດ​ໝາຍນັ້ນ​ຈະ​ເຮັດ​ໃຫ້​ສະພາບ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ຕາ​ເວັນ​ອອກ ​ປິນຂັ້ນ​ໄດ ​ແລະ ມ້າງ​ທຳລາຍ​ບັນດາ​ຄວາມ​ມານະ​ພະຍາຍາມເພື່ອ​ສັນຕິພາບ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ກໍ່​ກະຕຸກ​ຊຸກຍູ້ ກີ​ແອບ, ​ເລີ່​ມ​ເຄື່ອນ​ໄຫວການ​ເຈລະຈາ​ກັບ​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ. ຕາມ​ທ່ານ Lavrov ​ແລ້ວ, ທຸກ​ປັດ​ໄຈ​ພາຍ​ນອກ​ຕ້ອງ​ລະງັບ​ໃຈ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​​ຢູ່ ຢູ​ແກຼນ​, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ກີ​ແອບ ໄດ້​ເລືອກ​ເຟັ້ນຄືແນວນັ້ນ​ເອງ ​ເພາະວ່າ​ບໍ່ມີ​​ໃຜ​ສາມາ​​ແຊກ​ແຊງ​ເຂົ້າ​ການ​ປະ​ທະ​ກັນ​ພາຍ​​ໃນ​ນີ້ໄດ້.

 


ຂ່າວ/ບົດ​ອື່ນ