ລັດເຊຍມີພະຍານຫຼັກ ຖານໃໝ່ກ່ຽວກັບເລື່ອງ ຝ່າຍຄ້ານຊີຣີນຳໃຊ້ ອາວຸດເຄມີ

ລັດເຊຍມີພະຍານຫຼັກ ຖານໃໝ່ກ່ຽວກັບເລື່ອງ ຝ່າຍຄ້ານຊີຣີນຳໃຊ້ ອາວຸດເຄມີ - ảnh 1
(​ພາບ:dantri.com.vn)

 (vovworld)- ວັນ​ທີ 18/9, ບັນດາ​ສຳນັກ​ຂ່າວສານ​ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavrov ​ໂດຍໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຈະ​ສົ່ງ​ບັນດາ​ພະຍາຍ​ຫຼັກ​ຖານ​ທີ່​ຫາ​ກໍ່​ໄດ້​ຮັບ​ຈາກ​ລັດຖະບານ​ຊີຣີ ​ເຖິງ ສປຊ, ​ໃນ​ນັ້ນ, ພິສູດ​ໃຫ້​ເຫັນ​ວ່າ: ກຳລັງ​ລຸກຮຶ້ຂຶ້ນຊີຣີ ​ໄດ້​ນຳ​ໃຊ້​ອາວຸດ​ເຄມີ ຢູ່​ເຂດ​ຊານ​ນະຄອນຫຼວງ Damacus​ ​ເມື່ອ​ວັນ​ທີ 21/8 ຜ່ານ​ມາ ຊື່​ງ​ເຮັດ​ໃຫ້ ປຊຊ ​ເກືອບ 1400 ຄົນ​ເສຍ​ຊີວິດ. ​ໃນ​ວັນ​ດຽກັນ, ສປຊ ຢືນຢັນ​ວ່າ​ບັນດາ​ນັກ​ສັງ​ເກດ​ການ​ຂອງ​ອົງການ​ນີ້ ບໍ່​ໄດ້​ລຳອຽງ​ຝ່າຍ​ໃດໆ ຂະນະ​ທີ່​ຍົກ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ຊີຣີ. ປະຈຸ​ບັນ, ​ບັນດາ​ນັກ​ສັງ​ເກດ​ການ​ຂອງ ສປຊ ພວມ​ສົມທົບ​ກັບ​ຄະນະ​ຜູ້​ແທນ​ປະຈຳ​ຂອງ​ລັດ​ເຊຍ ​ເພື່ອ​ແນ​ໃສ່​ຊອກ​ຮູ້​ບັນດາ​ຂ່າວ​ກ່ຽວ​ກັບອາວຸດ​ເຄມີ​ຢູ່​ຊີຣີ ຢ່າງ​ຊັດ​ເຈນ.

   ​ໃນ​ວັນ​ທີ 18/9 ດຽວ​ກັນ​ນີ້, ປະທານ​ນາ​ທິບໍດີ​ຊີຣີ Bashar al Assad ຖື​ວ່າ: ຫຼັກ​ໝັ້ນ​ສະໜັບສະໜູນ​ຂອງ​ລັດ​ເຊຍ ຕໍ່ Damacus ​ໄດ້​ນຳ​ມາ​ເຊິ່ງຄວາມ​ຫວັງ​ສ້າງ​ທ່າ​ດຸນ​ດຽງ​ທົ່ວ​ໂລກ​ໃໝ່. ປະທານ​ນາ​ທິບໍດີ​ຊີຣີ Bashar al Assad ​ໄດ້​ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ​ລັດ​ເຊຍ ​ໃນ​ການ​ຕ້ານ “ການ​ບຸກ​ໂຈມ​ຕີ​ປໍ​ລະ​ປັກ“ ​ແລະ ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ຫົວ​ຮຸນ​ແຮງ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ ​ແລະ ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ໜູນ​ຊ່ວຍ.

 

ຂ່າວ/ບົດ​ອື່ນ