ລັດ​ເຊຍ​ຢັ້ງ​ຢືນ​ການ​ລົງ​ໂທດ​ຂອງ ຝ່າຍ​ຕາ​ເວັນ​ຕົກ​ບໍ່​ກໍ່​ຜົນ​ສະ​ທ້ອນ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ນີ້

(VOVWORLD) -ບັນດາມາດຕະການລົງໂທດຂອງ ຝ່າຍຕາເວັນຕົກ ແນໃສ່ເຮັດໃຫ້ຄວາມສະຖຽນລະພາບດ້ານການເງິນຂອງລັດເຊຍອ່ອນລົງ ລ້ວນແຕ່ຖືກປະລາໄຊ. 
ລັດ​ເຊຍ​ຢັ້ງ​ຢືນ​ການ​ລົງ​ໂທດ​ຂອງ ຝ່າຍ​ຕາ​ເວັນ​ຕົກ​ບໍ່​ກໍ່​ຜົນ​ສະ​ທ້ອນ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ນີ້ - ảnh 1ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin (ພາບ: THX/TTXVN)

ນີ້ແມ່ນຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ເຊິ່ງໄດ້ຍົກອອກມາໃນວັນທີ 8 ກັນຍາ ຢູ່ເວທີປາໄສດ້ານການເງິນຢູ່ນະຄອນຫຼວງ ມົດສະກູ. ທ່ານ Mishustin ຊີ້ແຈ້ງວ່າ ລັດຖະບານ ລັດເຊຍ ໄດ້ປະສົບຜົນສຳເລັດ ໃນການຫຼຸດຜ່ອນ ຜົນກະທົບຈາກບັນດາຄຳສັ່ງລົງໂທດທີ່ແນໃສ່ປະຊາຊົນ ແລະ ວິສາຫະກິດ ລັດເຊຍຫຼາຍພໍສົມຄວນ. ທ່ານ Mishustin ກໍ່ຍອມຮັບວ່າ ພື້ນຖານເສດຖະກິດຖືກໂຈະໄວ້ ຍ້ອນບັນດາຄຳສັ່ງລົງໂທດ ແມ່ນສິ່ງທີ່ບໍ່ສາມາດຫຼີກລ້ຽງໄດ້ ແຕ່ສິ່ງນີ້ກໍ່ບໍ່ໝາຍຄວາມວ່າ ພື້ນຖານເສດຖະກິດຈະຖືກທຳລາຍ.

ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ MTI ໄດ້ຄັດສະເໜີຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ຮູງກາຣີ Viktor Orban ໂດຍໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຝ່າຍຕາເວັນຕົກ ໄດ້ຈັດວາງກ່ວາ 11.000 ມາດຕະການລົງໂທດ ເລັ່ງໃສ່ລັດເຊຍ ແຕ່ລ້ວນແຕ່ບໍ່ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ