ລັດເຊຍຢັ້ງຢືນບໍ່ກ່ຽວຂ້ອງເຖິງກົນອຸບາຍລັດຖະປະຫານຢູ່Montenegro

ລັດເຊຍຢັ້ງຢືນບໍ່ກ່ຽວຂ້ອງເຖິງກົນອຸບາຍລັດຖະປະຫານຢູ່Montenegro - ảnh 1
ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov
​ພາບ:TTXVN

(vovworld)- ວັນ​ທີ 20/2, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ຊີ້​ແຈ້ງວ່າ: ບັນ​ດາ​ຄຳ​ກ່​າວ​ຫາ​ກ່ຽວ​ກັບ​ບົດ​ບາດ​ຂອງ​ບັນ​ດາ​ອົງ​ການ​ແຫ່ງ​ລັດ​ຂອງ​ລັດ​ເຊຍ ໃນ​ກົນ​ອຸ​ບາຍ​ລັດ​ຖະ​ປະ​ຫານ​ຢູ່ Montenegro ເມື່ອ​ເດືອນ 10/2016 ແມ່ນບໍ່​ມີ​ຫລັກ​ຖານ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ຮຽກ​ຮ້ອງ “ບໍ່​ຄວນ​ຖີ້ມ​ໂທດໃສ່​ຜູ້​ອື່​ນ ຫາກ​ຄວນ​ຊອກ​ຫາ​ຄວາມ​ຈິງ”. ໃນ​ວັນ​ດຽວ​ກັນ, ເລ​ຂາ​ສື່ມ​ວນ​ຊົນຂອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ທ່ານ Dmitry Peskov ກໍ​ຄັດ​ຄ​້ານ​ຢ່າງ​ແຮງ​ຕໍ່​ຄຳ​ຖະ​ແຫລງ​ຂອງ ທ່ານ Milivoje Katnicha, ​ຫົວ​ຫນ້າ​ອົງ​ການໄອ​ຍະ​ການ Montenegro ໂດຍ​ຖື​ວ່າ: ບັນ​ດາ​ອົງ​ການ​ຂອງ​ລັດ​ເຊຍ ​ແມ່ນ​ມີ​ສ່ວນກ່ຽວ​ຂ້ອງ​ເຖິງ​ແຜນການ​ລອບ​ສັງ​ຫານ ນາ​ຍົກ​ລັດ​ຖະ​ມົນ​ຕີ Milo Djukanovic ເພື່ອ​ນຳ ຝ່າຍ​ຄ້ານ​ຢູ່ Montenegro ຂຶ້ນ​ກຳ​ອຳ​ນາດ. ຜູ້​ຕາງ​ຫນ້າ ວັງ Kremlin ຢືນ​ຢັນ​ວ່າ: ລັດ​ເຊຍ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ, ພິ​ເສດ​ແມ່ນ Montenegro, ແມ່ນ​ປະ​ເທດເຄ​ີຍ​ມີ​ການ​ພ​ົ​ວ​ພັນ​ອັນ​ດີ​ງາມ​ກັບ​ລັດ​ເຊຍ.

ບັນ​ດາ​ຄຳ​ກ່າວ​ປາ​ໄສ​ດັ່ງ​ກ່າວ​ຂອງ​ເຈົ້າ​ຫນ້າ​ທີ່​ລັດ​ເຊຍ ຖືກ​ຍົກ​ອອກ​ມາ ພາຍ​ຫລັງ ຫນັງ​ສື​ພິມ “Sunday Telegraph” ຂອງ​ອັງ​ກິດ ລົງ​ພິມ​ຂ່າວ​ໂດຍ​ຖື​ວ່າ: ມີ​ເຈົ້າ​ຫນ້າ​ທີ່​ຂອງ Montenegro ຫລາຍ​ທ່ານ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດ​ຖະ​ບານ ລັດ​ເຊຍ ຢືນ​ຢູ່​ເບື້ອງ​ຫລັງ​ກົນ​ອຸ​ບາຍ​ລອບ​ສັງ​ຫານ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Milo Djukanovic ​ຂອງ Montenegro  ຊື່ງ​ໄດ້​ຮັບ​ກາ​ນ​ຫນູນ​ຫລັງ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ​ເມື່ອ​ເດືອນ 11/2016.


ຕອບກັບ

ຂ່າວ/ບົດ​ອື່ນ