ລັດເຊຍຢັ້ງຢືນປະຕິບັດທຸກໆຂໍ້ຕົກລົງຢູ່ເຂດຊາຍແດນຕິດກັບຢູແກຼນ

ລັດເຊຍຢັ້ງຢືນປະຕິບັດທຸກໆຂໍ້ຕົກລົງຢູ່ເຂດຊາຍແດນຕິດກັບຢູແກຼນ - ảnh 1
ທະຫານປ້ອງກັນຊາຍແດນ ຢູແກຼນ
(ພາບ: Reuters)

(vovworld) – ວັນ​ທີ 23/3, ທ່ານ​ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ Anatoly Antonov ຖະ​ແຫຼ​ງວ່າ: ຝ່າຍ ລັດ​ເຊຍ ປະຕິບັດ​ທຸກໆ​ຂໍ້​ຕົກລົງ​ສາກົນ​ກ່ຽວຂ້ອງ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​​ເຂດ​ຊາຍ​ແດນ​ຕິດ​ກັບ ຢູ​ແກຼນ. ທ່ານ Antonov ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ດັ່ງກ່າວ​ພາຍຫຼັງ​ທີ່​ບັນດາ​ອົງການ​ສື່​ມວນ​ຊົນ​ຕ່າງປະ​ເທດ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ຜູ້​ບັນຊາ​ການ​ສູງ​ສຸດ NATO ປະຈຳ ​ເອີ​ລົບ, ນາຍ​ພົນອງທັບ​ອາກາດ ອາ​ເມ​ລິ​ກາ ທ່ານ Philip Breedlove, ທີ່​ໄດ້​ກ່າວ​ຫາ ລັດ​ເຊຍ​ພວມ​ຜັນ​ຂະຫຍາຍ​ກຳລັງ​ອັນ​ໃຫຍ່​ຫຼວງ​ຢູ່​ເຂດ​ຕິດ​ກັບ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ. ຈຳນວນ​ທະຫານ​ດັ່ງກ່າວ​ຂຶ້ນ​ເຖິງ​ນັບ​ພັນ​ຄົນ ​ແລະ ພວມ​ຢູ່ໃນ​ສະພາບ​ກຽມພ້ອມສູ້ຮົບ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຖະ​ແຫຼ​ງການ​ຂອງ​ຕົນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ Antonov ຢືນຢັນ​ວ່າ: ພາຍຫຼັງ​ການ​ກວດກາ​ຄັ້ງ​ຕ່າງໆ​ຢູ່​ເຂດ​ຊາຍ​ແດນ ລັດ​ເຊຍ, ບັນດາ​ນັກ​ກວດກາ​ສາກົນ​ໄດ້​ໃຫ້​ຂໍ້​ສະ​ຫລຸບ​ວ່າ: ບໍ່​ມີການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ໃດໆ​ຢູ່​ເຂດ​ຊາຍ​ແດນ​ທີ່​​ເປັນ​ການນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຢູ​ແກຼນ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Antonov ຮຽກຮ້ອງ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ທະຫານ ຢູ​ແກຼນ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ປະກາດ​ສະພາບ​ການ​ຕົວ​ຈິງຢ່າງ​ຖືກຕ້ອງ​ກັບ​ບັນດາ​ການ​ນຳ​ການ​ເມືອງ​ຂອງ​ຕົນ ​ເພື່ອ​ຫລີກ​ລ້ຽງ​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຕື່ມອີກ.

 

ຂ່າວ/ບົດ​ອື່ນ