ລັດເຊຍຢັ້ງຢືນເຄົາລົບອະທິປະໄຕຂອງຢູແກຼນ

ລັດເຊຍຢັ້ງຢືນເຄົາລົບອະທິປະໄຕຂອງຢູແກຼນ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Grigory Karasin
(ພາບ: Podrobnosti)


(vovworld) – ກ່າວ​ຄຳ​ເຫັນ​ໃນ​ລາຍການ​ໂອ້​ລົມ​ສົນທະນາ​ການ​ເມືອງ​ຂອງຊ່ອງ​ໂທ​ລະພາບ Russia 1 ​ໃນ​ຕອນ​ຄຳ່​ວັນ​ທີ 2/3, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Grigory Karasin ຊີ້​​ແຈ້ງວ່າ: ລັດ​ເຊຍ ບໍ່​ມີວັນ​ທີ່​ຈະ​ມີ​ເຈດ​ຈຳນົງ​ລະ​ເມີດ​ອະທິປະ​ໄຕ​ຂອງ ຢູ​ແກຼນ ​ແລະ ບໍ່​ມີ​ຊາວ​ ລັ​ດ​ເຊຍ ຜູ້​​ໃດຢາກ​ດຳ​ເນີນ​ສົງຄາມ​ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງທີ່​ສະ​ໜິດສະໜົມ​ນີ້. ລັດ​ເຊຍ ກໍ່​ຄັດຄ້ານ​ທຸກໆ​ຄຳ​ຖະ​ແຫຼ​ງ​ໃດໆ​ເພື່ອ​ປຸກ​ປັນ​ຄວາມ​ອາ​ຄາດ​ບາດໝາງ, ​ກໍ່​ຄວາມ​ຂັດ​ແຍ່ງກັນ​ລະຫວ່າງ ລັດ​ເຊຍ ​ແລະ ຢູ​ແກຼນ ພ້ອມ​ທັງ​ສະໜັບສະໜູນ​ທຸກໆ​ກຳລັງ​ທີ່​ມີ​ເຈດ​ຕະນາ​ດີ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ. ລັດ​ເຊຍ ຢັ້ງຢືນ​ບັນຫາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຢູ​ແກຼນ ຢ່າງ​ສົມ​ບູນ ​ແລະ ​ຈະ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ທາງພາຍ​ໃນ​ດ້ວຍ​ຄວາມ​ສະໝັກ​ໃຈ​ບົນ​ພື້ນຖານ​ເຄົາລົບ​ນັບຖື​ປະສິດທິ​ຜົນ​ຂອງ​ປະຊາ​ຄົມ ຫາກ​ບໍ່​ແມ່ນ​ການ​ບັງຄັບ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ໃນ Facebook ສ່ວນ​ຕົວ, ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ຖະ​ແຫຼ​ງກັບ​ວົງ​ການ​ການ​ນຳ​ປະຈຸ​ບັນ​ຂອງ ຢູ​ແກຼນ ວ່າ: ​ໄດ້ ລວງ​ເກີນ​ສິດ​ອຳນາດ​ຢ່າງຜິດ​ກົດໝາຍ ​ແລະ ຢືນຢັນ​ທ່ານ​ປະທານາທິບໍດີ Viktor Yanukovyck ຍັງ​ຄົງ​ແມ່ນ​ປະມຸກ​ລັດ​ ຢູ​ແກຼນ ຕາມ​ລັດ​ຖະທຳ​ມະນູນ. ລັດ​ເຊຍ ຕ້ອງການ​ມີປະ​ເທດ ຢູ​ແກຼນ ​​ເຂັ້ມແຂງ​ ​ແລະ ມີສະຖຽນ​ລະ​ພາບ.

    ຕໍ່ໜ້າ​ສະພາບ​ຄວາມເຄັ່ງ​ຕຶງ​ທີ່​ກ່ຽວຂ້ອງ​ເຖິງ ຢູ​ແກຼນ, ວັນ​ທີ 2/3, ປະ​ຊາ​ຄົມ​ໂລກ​ຮຽກຮ້ອງ​ໃຫ້​ຊອກ​ຫາ​ມາ​ດຕະການ​ກາ​ນ​ເມືອງ​ໃຫ້​ວິ​ກິດ​ການ​ຢູ່​ປະ​ເທດ​​ເອີ​ລົບຕາ​ເວັນ​ອອກນີ້.


ຂ່າວ/ບົດ​ອື່ນ