ລັດ​ເຊຍ​ຢັ້ງ​ຢືນ​ເຈດ​ຕະ​ນາ​ດີ​ໃນການ​ແກ້​ໄຂ​ການ​ປະ​ທະ​ກັນ​ກັບ ຢູ​ແກຼນ​ດ້ວຍ​ມາດ​ຕະການ​ທາງ​ການ​ທູດ

(VOVWORLD) -ວັນທີ 22 ທັນວາ, ຢູ່ສະຫະພັນ ລັດເຊຍ, ຕອບສຳພາດຕໍ່ນັກຂ່າວພາຍຫຼັງການກອງປະຊຸມຂອງສະພາແຫ່ງລັດ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ຢາກຢຸດຕິການປະທະກັນຢູ່ ຢູແກຼນ ຍິ່ງໄວກໍ່ຍິ່ງດີ ແລະ ການປະທະກັນນີ້ ແນ່ນອນວ່າຈະຕ້ອງໄດ້ຮັບການແກ້ໄຂດ້ວຍມາດຕະການທາງການທູດ.
ລັດ​ເຊຍ​ຢັ້ງ​ຢືນ​ເຈດ​ຕະ​ນາ​ດີ​ໃນການ​ແກ້​ໄຂ​ການ​ປະ​ທະ​ກັນ​ກັບ ຢູ​ແກຼນ​ດ້ວຍ​ມາດ​ຕະການ​ທາງ​ການ​ທູດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່າວຄຳເຫັນທີ່ກອງປະຊຸມປ້ອງກັນຊາດຢູ່ມົດສະກູ
(ພາບ: AFP/TTXVN)

ໄປຄຽງຄູ່ກັນນັ້ນ, ທ່ານ Putin ກໍ່ເນັ້ນໜັກເຖິງການເພີ່ມທະວີບັນດາການກະທຳເປັນປໍລະປັກ ທີ່ຈະພາໄປເຖິງຄວາມເສຍຫາຍໄຮ້ເຫດຜົນ. ທຸກການປະທະກັນທາງອາວຸດລ້ວນແຕ່ສິ້ນສຸດລົງ ໂດຍຜ່ານຮູບການເຈລະຈາທາງການທູດ. ເຖິງວ່າຈະໄວຫຼື ຊ້າ, ບັນດາຝ່າຍປະທະກັນກໍ່ຈະມານັ່ງນຳກັນ ແລະ ບັນລຸໄດ້ຂໍ້ຕົກລົງ.

ວັນທີ 21 ທັນວາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyໄດ້ດຳເນີນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ເພື່ອແນໃສ່ຢັ້ງຢືນຄືນການສະໜັບສະໜູນ Kiev ຂອງ  ວໍຊິງຕັນ, ກໍ່ຄືສະແດງໃຫ້ເຫັນຄວາມສຳຄັນຂອງທ່ານປະທານາທິບໍດີ Joe Biden ໃນຄວາມມານະພະຍາຍາມຟື້ນຟູສຳພັນທະມິດຝ່າຍຕາເວັນຕົກ ເພື່ອຮັບມືກັບບັ້ນຮົບທະຫານພິເສດຂອງ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ