ລັດ​ເຊຍ​ຢັ້ງ​ຢືນ​ແຜນ​ການ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃສ່​ອີ​ຣານ​ຄືນ​ໃໝ່​ຂອງ​ອາ​ເມ​ລິ​ກາ​ຈະ​ປະ​ລາ​ໄຊ

(VOVWORLD) -ທ່ານ Lavrov ຊີ້ແຈ້ງວ່າ ອາເມລິກາ ໄດ້ເສຍສິດຕໍ່ອີຣານທັງໝົດເມື່ອຕັດສິນປະລະບັນດາພັນທະໃນຂອບເຂດຂໍ້ຕົກລົງນິດເຄຼຍກັບ ເຕເຣຣານ ທີ່ໄດ້ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຢ່າງຮອບດ້ານ  (JCPOA).
ລັດ​ເຊຍ​ຢັ້ງ​ຢືນ​ແຜນ​ການ​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃສ່​ອີ​ຣານ​ຄືນ​ໃໝ່​ຂອງ​ອາ​ເມ​ລິ​ກາ​ຈະ​ປະ​ລາ​ໄຊ - ảnh 1ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ (ພາບ: TTXVN) 

ວັນທີ 1 ກັນຍາ, ໃນບົດກ່າວຄຳເຫັນ, ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ໄດ້ຢັ້ງຢືນວ່າ ບັນດາຄວາມພະຍາຍາມຂອງ ອາເມລິກາ ເພື່ອແນໃສ່ຈັດວາງບັນດາມາດຕະການລົງໂທດໃສ່ ອີຣານຄືນໃໝ່ ຈະປະລາໄຊ. ທ່ານ Lavrov ຊີ້ແຈ້ງວ່າ ອາເມລິກາ ໄດ້ເສຍສິດຕໍ່ອີຣານທັງໝົດເມື່ອຕັດສິນປະລະບັນດາພັນທະໃນຂອບເຂດຂໍ້ຕົກລົງນິດເຄຼຍກັບ ເຕເຣຣານ ທີ່ໄດ້ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຢ່າງຮອບດ້ານ  (JCPOA).

ນັກການທູດແຖວໜ້າຂອງລັດເຊຍເນັ້ນໜັກວ່າ ອາເມລິກາ ບໍ່ພຽງແຕ່ປະກາດຈະຈັດວາງບັນດາມາດຕະການລົງໂທດແຕ່ຝ່າຍດຽວເທົ່ານັ້ນ ຫາກຍັງຢາກຫ້າມ ທຸກໆປະເທດມີການພົວພັນການຄ້າກັບ ອີຣານອີກດ້ວຍ. ຝ່າຍ ລັດເຊຍສະໜັບສະໜູນ ການເຈລະຈາ ໂດຍກົງລະຫວ່າງ ອາເມລິກາ ແລະ ອີຣານ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ແກ່ການເຈລະຈາຖ້າສອງຝ່າຍມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ