ລັດເຊຍຢຸດຕິບັນດາຖ້ຽວບິນເຖິງອີຢິບ

ລັດເຊຍຢຸດຕິບັນດາຖ້ຽວບິນເຖິງອີຢິບ - ảnh 1
(ພາບປະກອບ: Irishmirror)

(vovworld) – ວັນ​ທີ 08/11, ທ່ານ​ປະທານາທິບໍດີ​ລັດ​ເຊ​ຍ Vladimir Putin ​ໄດ້​​ເຊັນ​ລັດຖະດຳ​ລັດ ຢຸ​ດຕິ​ບັນດາ​ຖ້ຽວ​ບິນ​ເຖິງ​ອີ​ຢິບ. ລັດຖະດຳລັດ​ນີ້​​ເລີ່​​ມ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​​ເຊັນ ​ແລະ ຈະ​ໄດ້​ຮັບ​ການ​ປະກາດ​​ໃນ​ຈົດໝາຍ​ເຫດ​ທາງ​ການ. ຕາມ​ລັດຖະດຳລັດ​ແລ້ວ, ບັນດາ​ບໍລິສັດ​ການ​ບິນ​ລັດ​ເຊ​ຍ ຈະ​ບໍ່​ປະຕິບັດ​ບັນດາ​ຖ້ຽວ​ບິນ​ຂົນ​ສົ່ງ, ພົນລະ​ເມືອງ​ຈາກ​ເຊ​ຍ ​ເຖິງ​ອີ​ຢິບ ​​ໄປຊົ່ວຄາວ. ລັດຖະດຳລັດ​ໄດ້​ສັ່ງ​ໃຫ້​ລັດຖະບານປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ສົ່ງນັກ​ທ່ອງ​ທ່ຽວລັດ​ເຊ​ຍ ທີ່ພວມ​ອາ​ໄສ​ຊົ່ວຄາວ​ຢູ່​ອີ​ຢິບ ກັບ​ເມືອ​ປະ​ເທດ. ​ໃນ​ຂະນະ​ນັ້ນ, ວັນ​ທີ 08/11, ໜັງສືພິມ​ລາຍ​ວັນ “Kommersant” ຂອງ​ລັດ​ເຊ​ຍ ​ໃຫ້​ຂ່າວ​ວ່າ, ​ເຮືອບິນ Aibus A321 ຂອງ​ບໍ​ລິ​ສັດ​ການ​ບິນ Kogalymavia, ​ຖືກ​ປະສົບ​ເຄາະ​ຮ້າຍ ​ເມື່ອ​ພວມ​ບິນ​ຈາກ​ນະຄອນ Sharm El Sheikh ຂອງ​ອີ​ຢິບ ​ເຖິງ​ນະຄອນ St.Petersburg ຂອງ​ລັດ​ເຊ​ຍ ​ໃນ​ວັນ​ທີ 31/10 ຜ່ານ​ມາ, ​ເຮັດ​ໃຫ້​ຜູ້​ໂດ​ຍສານ ​ແລະ ຈຸ​ບິນ 224 ຄົນຖືກ​ເສ​ຍຊີວິດ.

ຂ່າວ/ບົດ​ອື່ນ