ລັດເຊຍຢືນຢັນຄືນໃໝ່ຈະບໍ່ເປີດບັ້ນທະຫານບົກຢູ່ຊີຣີ

ລັດເຊຍຢືນຢັນຄືນໃໝ່ຈະບໍ່ເປີດບັ້ນທະຫານບົກຢູ່ຊີຣີ - ảnh 1
ລັດ​ເຊຍ​ຢືນຢັນຄືນ​ໃໝ່ຈະ​ບໍ່​​ເປີດ​ບັ້ນ​ທະຫານ​ບົກ​ຢູ່​ຊີຣີ
(ພາບປະກອບ: Newsland)


(vovworld) – ວັນ​ທີ 06/10, ທ່ານ​ປະທານ​ກຳມາ​ທິການ​ປ້ອງ​ກັນ​ປະ​ເທດ​ສະພາ​ຕໍ່າ​ລັດ​ເຊຍ, ພົນ​ເຮືອ​ເອກ Vladimir Komoyedov ຢືນຢັນ​ວ່າ, ປະ​ເທດ​ນີ້​​ພຽງ​ແຕ່​ບຸກ​ໂຈມ​ຕີ​ທາງ​ອາກາດ ຕ້ານກຸ່ມ​ກໍ​ການ​ຮ້າຍ​ລັດ​ອິດສລາມ IS ​​​ອ້າງຊື່​​ເອງ ຢູ່​ຊີຣີ ​ເທົ່າ​ນັ້ນ ​ແລະ ຈະ​ບໍ່​ດຳ​ເນີນ​ບໍ່​ວ່າ​ບັ້ນ​ຮົບ​ໃດໆ ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳລັງ​ທະຫານ​ບົກ. ທ່ານ Komoyedov ​ເວົ້າ​ວ່າ, ລັດ​ເຊ​ຍ ພວມ​ສະກັດ​ກັ້ນ​ທຸກ​ຄວາມ​ມານະ​ພະຍາຍາມ​ຂອງ​ພົນ​ລະ​ເມືອງ​ປະ​ເທດ​ນີ້ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ການ​ຕໍ່ສູ້​ຂອງ​ບໍ່​ວ່າ​ຝ່າຍ​​ໃດ ​ໃນ​ການ​ປະ​ທະ​ກັນ​ຢູ່​ຊີ​ຮີ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ​ເຈົ້າໜ້າ​ທີ່​ລັດ​ເຊ​ຍ ຖືກ​ຍົກ​ອອກ​ມາເພື່ອແນ​ໃສ່​ຕ້ານ​ຄືນ​ຂໍ້​ມູນ​ຂ່າວ​ໂດ​ຍ​ຊ່ອງ​ໂທລະພາບ CNN ຂອງ​ອາ​ເມ​ລິ​ກາ ທີ່​ໄດ້​ເວົ້າ​ວ່າ, ລັດ​ເຊ​ຍ ອາດ​ຈະ​ຜັນ​ຂະຫຍາ​ຍກຳລັງ ​ແລະ ອາວຸດ​ເພື່ອ​ດຳ​ເນີນ​ບັ້ນ​ຮົບ​ທາງບົກ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ