ລັດເຊຍ,ຢູແກຼນເປັນເອກະພາບກົນໄກແລກປ່ຽນນັກໂທດ

ລັດເຊຍ,ຢູແກຼນເປັນເອກະພາບກົນໄກແລກປ່ຽນນັກໂທດ - ảnh 1
ລັດ​ເຊຍ,ຢູ​ແກຼນ​ເ​ປັນ​ເອ​ກະ​ພາບ​ກົນ​ໄກ​ແລກ​ປ່ຽນນັກ​ໂທດ
(ພາບ: AP, AFP, Reuters)


(vovworld) - ວັນ​ທີ 22/04, ມົດ​ສະ​ກູ ແລະ Kiev ໄດ້​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ກົນ​ໄກ​ແລກ​ປ່ຽນ​ອະ​ດີດ​ພາ​ລະ​ກອນ​ການ​ທະ​ຫານ, ນັກ​ບິນ​ຍິງ​ຢູ​ແກຼນ Nadiya Savchenko ກັບ​​ພົນ​ລະ​ເມືອງ​ລັດ​ເຊຍ 2 ຄົນ​ແມ່ນ Alexander Alexandrov ແລະ Yevgeni Yerofeyev. ບັນ​ດາ​ວິ​ວັດ​ການ​ດັ່ງ​ກ່າວ​ຈ​ະ​ດຳ​ເນີນ​ພ້ອມ​ດຽວ​ກັນ ແຕ່​ພາຍ​ຫຼັງ​ຄຳ​ຕັດ​ສິນ​ລົງ​ໂທດ​ຂອງ Alexandrov ແລະ Yerofeyev ມີ​ຜົນ​ສັກ​ສິດ.

        ພົນ​ລະ​ເມືອງລັດ​ເຊຍ 2 ຄົນ​ດັ່ງ​ກ່າວ​ຖືກ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ​ແກຼນ ຈັບ​ຕົວ ໃນ​ເດືອນ 05/2015 ຢ​ູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ ແລະ ຖືກ​ສານ​ເຂດ Holosiivsky ຕັດ​ສິນ​​ລົງ​ໂທດຈຳ​ຄຸກ 14 ປີ ດ້ວຍ​ໂທດ​ທີ່​ວ່າ “ດຳ​ເນີນ​ສົງ​ຄາມ​ຮຸກ​ຮານ​ຕາ​ມ​ຂໍ້​ຕົກ​ລົງ​ກັບ​ກຸ່ມ​ຄົນ​ໜຶ່ງ”, “ດຳ​ເນີນ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ”. ໃນ​ຂະ​ນະ​ນັ້ນ, ນັກ​ບິນ​ຍິງ​ຢູ​ແກຼນ ຖືກ​ລັດ​ເຊຍ ຈັບ​ຕົວ​ເ​ມ​ື່ອ​ເດືອນ 06/2014 ດ້​ວຍ​ໂທດ​ກຳ​ຊີ້ບອກ​ສະ​ຖານ​ທີ່​ໃຫ້​ກອງ​ທັບ​ຢູ​ແກຼນ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຍິງ​ລູກ​ປືຶນ​ໃຫຍ່ ​ເຮັດ​ໃຫ້​ນັກ​ຂ່າວ​ລັດ​ເຊຍ 2 ຄົນ​ເສຍ​ຊີ​ວິດ.

ຂ່າວ/ບົດ​ອື່ນ