ລັດເຊຍ,ຢູແກຼນແລະອີຢູບໍ່ບັນລຸໄດ້ຂໍ້ຕົກລົງທີ່ການເຈລະຈາກ່ຽວກັບອາຍແກັດ

ລັດເຊຍ,ຢູແກຼນແລະອີຢູບໍ່ບັນລຸໄດ້ຂໍ້ຕົກລົງທີ່ການເຈລະຈາກ່ຽວກັບອາຍແກັດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັ​ດ​ເຊຍ ແລະ​ ການ​ນຳ​ບັນ​ດາ​ປະ​ເທດ ເອີ​ລົບ ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ອາຍ​ແກັດ​ກັບ ຢູ​ແກຼນ
(ພາບ: AP)

(vovworld) – ​ວັນ​ທີ 21/10, ການ​ເຈ​ລະ​ຈາ 3 ຝ່າຍ​ລະ​ຫວ່າງ ລັດ​ເຊຍ, ຢູ​ແກຼນ ແລະ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ຢູ່ ບ​ຣຸກ​ແຊນ, ປະ​ເທດ ແບນ​ຊິກ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ອາຍ​ແກັ​ດ ແລະ ລົບ​ລ້າງ​ຄວາມ​ວິ​ຕົກ​ວັງ​ວົນ​ທີ່​ວ່າ: ມົດ​ສະ​ກູ ອາດ​ຈະ​ຢຸດ​ຕິ​ການ​ສະ​ໜອງ​ອາຍ​ແກັດ​ໃຫ້​ແກ່ ເອີ​ລົບ​ໃນ​ລະ​ດູ​ໜາວ​ຈະ​ມາ​ເຖິງ, ໄດ້​ສິ້ນ​ສຸດ​ລົງ​ແຕ່ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ທາງ​ການ​ໃດໆ. ດັ່ງ​ນັ້ນ, ບັນ​ດາ​ຝ່າຍ​ຕ້ອງ​ສືບ​ຕໍ່​ພົບ​ປະ​ກັນ​ໃນ​ການ​ເຈ​ລະ​ຈາ​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ທີ 29/10 ຈະ​ມາ​ເຖິງ, ​ຢູ່ ບ​ຣຸກ​ແຊນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ກຳ​ມະ​ການ​ພະ​ລັງ​ງານ​ສະ​ຫະ​ພາບ​ເອີ​ລົບ ທ່ານ Guenther Oettinger ປະ​ກາດ​ໃຫ້​ບັນ​ດາ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ຖື​ວ່າ: ລາ​ຄາ​ອາຍ​ແກັດ​ເຊິ່ງ ຢູ​ແກຼນ ຈະ​ຕ້ອງ​ຈ່າຍ​ໃຫ້​ກຸ່ມ​ບໍ​ລິ​ສັດ Gazprom ຂອງ​ລັດ​ເຊຍ ແມ່ນ 385 USD/ພັນແມັດ​ກ້ອນ ດ້ວຍ​ເງື່ອນ​ໄຂ​ຕ້ອງ​ຊຳ​ລະກ່ອນ. ນອກ​ຈາກນັ້ນ, ລັດ​ເຊຍ ອາດ​ຈະ​ສະ​ໜອງອາຍ​ແກັດ 4 ລ້ານ​ແມັດ​ກ້ອນ​ໃ​ຫ້​ແກ່ຢູ​ແກຼນ ໃນ​ປີ​ນີ້, ​ແຕ່ຕ້ອງ​ອີງ​ໃສ່​ສະ​ພາບ​ການ​ກາ​ນ​ເງິນ​ຂອງ ກີ​ແອບ. ທ່ານ Guenther Oettinger ກໍ່​​ຮັບຮູ້​ວ່າ ​ແຕ່ນີ້​ຮອດ​ທ້າຍ​ປີ​ບໍ​ລິ​ສັດ Naftogaz ຂອງ ຢູ​ແກຼນຈະ​ຊຳ​ລະ​ບ້ວງ​ເງິນ 3,1 ຕື້ USD ໃນ​ບ້ວງ​ໜີ້​ຊື້ອາຍ​ແກັດ​ຂອງ ລັດ​ເຊຍ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ ລັດ​ເຊຍ Alexander Novak ສືບ​ຕໍ່​ເຕື້ອງ​ເຖິງ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ຄວາມ​ສາ​ມາດ​ດ້ານ​ການ​ເງິ​ນ​ຂອງ ຢູ​ແກຼນ ​ໃນ​ກາ​ນ​ຊຳ​ລະ​ບ້ວງ​ໜີ້​ຊື້​ອາຍ​ແກັດ​ຂອງ ມົດ​ສະ​ກູ.


ຂ່າວ/ບົດ​ອື່ນ