ລັດເຊຍສົ່ງຂະບວນລົດ ໜູນຊ່ວຍມະນຸດສະທຳ ທີ 8 ໄປຍັງ ຢູແກຼນ


ລັດເຊຍສົ່ງຂະບວນລົດ ໜູນຊ່ວຍມະນຸດສະທຳ ທີ 8 ໄປຍັງ ຢູແກຼນ - ảnh 1

(ພາບ: TASS )

 (vovworld)- ວັນ​ທີ 30/11, ຂະ​ບວນລົດ​ທີ 8 ຂົນ​ສົ່ງ​ສິນຄ້າ​ຊ່ວຍ​ເຫຼືອ​ມະນຸດ​ສະ​ມຳຂອງ​ລັດ​ເຊຍ ​ໃຫ້​ແກ່​ເຂດ​ຕາ​ເວັນ​ອອກ ​ແລະ ພາ​ກໃຕ້​ຢູ​ແກຼນ ​ໄດ້​ຜ່ານ​ເຂດ​ຊາຍ​ແດນ​ລັດ​ເຊຍ ​​ເຂົ້າ​ເຂດ​ດິນ​ແດນ​ຢູ​ແກຼນ. ຂະ​ບວນລົດ​ດັ່ງກ່າວ​ລວມມີ​ລົດ​ກ່ວາ 100 ຄັນບັນທຸກ​ສິນຄ້າ 1200 ​ໂຕນ, ​ໃນ​ນັ້ນມີ​ສະບຽງ​ອາຫານ, ວັດ​ສະ​ດຸ​ກໍ່ສ້າງ…​ພາຍຫຼັງ​ຜ່ານ​ເຂດ​ຊາຍ​​ແດນ​ລັດ​ເຊຍ-​ຢູ​ແກຼນ, ຂະ​ບວນລົດ​ໄດ້​ແຍກ​ເປັນ​ສອງ​ຂະ​ບວນນ້ອຍ, 40 ຄັນ​ໄປ​​ແຂວງ Donestk, 60 ຄັນ​ໄປ​ແຂວງ Lugansk ຊື່​ງ​ແມ່ນ 2 ​ແຂວງ​ໂດຍ​ກຳລັງ​ຮຽກຮ້ອງ​ເອກລາດ​ຢູ່​ຢູ​ແກຼນຕາ​ເວັນ​ອອກ​ພວມ​ຄວບ​ຄຸມ. ​ຢູ່​ປ້ອມ​ພາສີບ່ອນ​ທີ່​ຂະ​ບວນລົດ​ເຮັດ​ລະບຽບ​ການ​ເຂົ້າຢູ​ແກຼນ ມີ​ບັນດາ​ພາລະ​ກອນ​ປ້ອງ​ກັນຊາ​ຍ​ແດນ ​ແລະ ພາສີ​ຢູ​ແກຼນ. ນອກຈາກ​ນັ້ນຍັງ​ມີໜ້າຂອງ​ບັນດາ​ພາລະກອນ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຮ່ວມ​ມື​ເອີ​ລົບ (OSCE). ອຳນາດ​ການ​ປົກຄອງຢູ​ແກຼນ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍາມ​ໃດ​ກໍ່​ຖື​ວ່າ ​ເລື່ອງ​ລັດ​ເຊຍ ​ສົ່ງ​ບັນດາ​ຂະ​ບວນລົດ​ຂົນ​ສົ່ງ​ສິນຄ້າ​ຊ່ວຍ​ເຫຼືອ​ມະນຸດ​ສະ​ທຳ​ເຂົ້າ​ເຂດ​ຕາ​ເວັນ​ອອກ ​ແລະ ພາ​ກໃຕ້​ຢູ​ແກຼນ ​ແມ່ນ​ເພື່ອ​ແນ​ໃສ່​ສົ່ງ​ອາວຸດໃຫ້​ກຳລັງຮຽກຮ້ອງ​ເອກະລາດ​ຢູ່​ທີ່​ນີ້. ລັດ​ເຊຍ​ ໄດ້​ປະຕິ​ເສດ​ບັນດາ​ຄຳ​ກ່າວ​ຫາ​ດັ່ງກ່າວ​ເປັນ​ຫຼາຍ​ເທື່ອ​ແລ້ວ./.

ຂ່າວ/ບົດ​ອື່ນ