ລັດ​ເຊ​ຍ​ສົ່ງ​ເສີມ​ການເຮັດລະ​ບ​ຽບ​ການ​ຖອນ​ຕົວ​ອອກ​ຈາກ​ສົນ​ທິສັນ​ຍາ​​ເປີດ​ກ້​ວາງ​ເຂດນ່ານ​ຟ້າ

(VOVWORLD) - ກະຊວງການຕ່າງປະເທດລັດເຊຍໄດ້ອ້າງເຫດຜົນທີ່ວ່າ “ຂາດຄວາມກ້າວໜ້າ” ໃນການຮັກສາສົນທິສັນຍາເປີດກ້ວາງເຂດນ່ານຟ້າ ພາຍຫຼັງ ອາເມລິກາຖອນອອກຈາກສົນທິສັນຍາເມື່ອປີ 2020. 

ວັນທີ 15 ມັງກອນ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ຈະສົ່ງເສີມການເຮັດລະບຽບການຖອນຕົວອອກຈາກສົນທິສັນຍາເປີດກ້ວາງເຂດນ່ານຟ້າ ໂດຍອານຸຍາດໃຫ້ເຮືອບິນສຳຫຼວດລຳຕ່າງໆ ໂດຍບໍ່ປະກອບອາວຸດສາມາດບິນໃນເຂດນ່ານຟ້າຂອງປະເທດເຂົ້າຮ່ວມສົນທິສັນຍາ.

ຕາມແຈ້ງການແລ້ວ, ກະຊວງການຕ່າງປະເທດລັດເຊຍໄດ້ອ້າງເຫດຜົນທີ່ວ່າ “ຂາດຄວາມກ້າວໜ້າ” ໃນການຮັກສາສົນທິສັນຍາເປີດກ້ວາງເຂດນ່ານຟ້າ ພາຍຫຼັງ ອາເມລິກາຖອນອອກຈາກສົນທິສັນຍາເມື່ອປີ 2020. ແຈ້ງການກໍ່ໃຫ້ຮູ້ວ່າ ລັດເຊຍຈະເລີ່ມສົ່ງເສີມການເຮັດລະບຽບການຕ່າງໆພາຍໃນປະເທດ ເພື່ອຖອນອອກຈາກສົນທິສັນຍາດັ່ງກ່າວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ