ລັດເຊຍສືບຕໍ່ຊ່ວຍເຫຼືອມະນຸດສະທຳໃຫ້ແກ່ພາກຕາເວັນອອກຢູແກຼນ

ລັດເຊຍສືບຕໍ່ຊ່ວຍເຫຼືອມະນຸດສະທຳໃຫ້ແກ່ພາກຕາເວັນອອກຢູແກຼນ - ảnh 1
(ພາບ​ປະ​ກອບ​ຈາກVietnamplus)

(​vovworld) – ກ່າວ​ຄຳ​ເຫັນ​ຕໍ່​ສຳ​ນັກ​ຂ່າວ​ສານ TASS ໃນ​ວັນ​ທີ 15/1, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ລັດ​ເຊຍ Vladimir Stepanov ໃຫ້​ຮູ້​ວ່າ: ປະ​ເທດນີ້​​ພວມກະ​ກຽມ​ຂະ​ບວນ​ລົດ​​ຊ່ວຍ​ເຫຼ​ືອມະ​ນຸດ​ສ​ະ​ທຳ​ໃຫ້​ປະ​ຊາ​ຊົນ​ເຂດ Donbass, ພາກ​ຕາ​ເວັນ​ອອກ ຢູ​ແກຼນ.

        ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ Stepanov ແລ້ວ, ຂະ​ບວນ​ລົດ​ຊ່ວຍ​ເຫຼືອມະ​ນຸດ​​ສະ​ທຳ​ຄັ້​ງ​ທີ 12 ຂອງ​ລັດ​ເຊຍ ຈະ​ໄປ​​ຍັງ​ພາກ​ຕາ​ເວັນ​ອອກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບ່ອນ​ທີ່​​​ມີຜູ້​ເວົ້າ​ພາ​ສາ​ລັດ​ເຊຍ ຫຼາຍ​ຄົນດຳ​ລົງ​ຊີ​ວິດ, ໃນ​ທ້າຍ​ເດືອນ 1 ນີ້ ຫຼື ຕົ້ນ​ເດືອນໜ້າ. ເຖິງຢ່າງ​ໃດ​ກໍ່​ຕາມ, ທ່ານ Stepanov ບໍ່​ໃຫ້​ຮູ້​ລະ​ອຽດ​ກ່ຽວ​ກັບ​ປະ​ລິ​ມານ​ສິນ​ຄ້າ​ຊ່ວຍ​​ເຫຼືອຄັ້ງ​ນີ້​ເທື່ອ.

        ວັນ​ທີ 15/1, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko ແລະ ຄູ່​ຕຳ​ແໜ່ງ ກະ​ຢ​ັກ​ສະ​ຖານ Nursultan Nazarbayev ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ວ່າ: ການ​ພົບ​ປະ​ຄັ້ງ​ສຸດຍ​ອດ 4 ຝ່າຍ​ທີ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຢູ​ແກຼນ ຈະ​ຖ​ືກ​ດຳ​ເນີນ​ໄປ​ໃນ​ທ້າຍ​ເດືອນນີ້. ແລະ ກໍ່​ໃນ​ວັນ​ດຽວ​ກັນ, ໂຄ​ສົກ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ທ່ານ Dmitry Peskov ປະ​ກາດ​ວ່າ ມົດ​ສະ​ກູ ພວມ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ການ​ເຈ​ລະ​ຈາ​ຂັ້ນ​ສຸດຍອດ​ດັ່ງ​ກ່າວ, ແຕ່​ໃຫ້​ຮູ້​ວ່າ​ຍັງ​ບໍ່​ທັນຳ​ນົດ​ເວ​ລາ​ລະ​ອ​ຽດ​ເພື່ອ​ດຳ​ເນີນ​ການ​ພົບ​ປະ​ຄັ້ງ​ນີ້​ເທື່ອ.

 


ຂ່າວ/ບົດ​ອື່ນ