ລັດ​ເຊຍ​ສະ​ໜັບ​ສະ​ໜ​ູນຍີ່ປ​ຸ່ນ​ໃນ​ການ​ເປັນ​​ກາງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ແລະ ທ່ານລັດຖະມົນຕີປ້ອງກັນປະເທດ Sergei Shoigu ໄດ້ໄປເຖິງໂຕກຽວເພື່ອເຂົ້າຮ່ວມກອງປະຊຸມ 2+2 ກັບບັນດາ ຄູ່ຕຳແໜ່ງຍີ່ປຸ່ນ Taro Kono ແລະ Takeshi Iwaya, ເຊິ່ງໄດ້ດຳເນີນໃນ ລະຫວ່າງວັນທີ 30 - 31 ພຶດສະພາ.
ລັດ​ເຊຍ​ສະ​ໜັບ​ສະ​ໜ​ູນຍີ່ປ​ຸ່ນ​ໃນ​ການ​ເປັນ​​ກາງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: THX/TTXVN) 

ວັນທີ 30 ພຶດສະພາ, ມີເຈົ້າໜ້າທີ່ທາງການທູດຍີ່ປຸ່ນຄົນໜຶ່ງໃຫ້ຮູ້ວ່າ ລັດເຊຍໄດ້ສະແດງຄການສະໜັບສະໜູນເຈດຈຳນົງຂອງ ໂຕກຽວກ່ຽວກັບເລື່ອງສວມບົດບາດເປັນກາງຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ. ຝ່າຍ ລັດເຊຍ ໄດ້ສະແດງທັດສະນະດັ່ງກ່າວທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດ ລະຫວ່າງ ຍີ່ປຸ່ນ - ລັດເຊຍ (2+2) ເຊິ່ງພວມດຳເນີນຢູ່ ໂຕກຽວ. ກ່າວຄຳເຫັນພາຍຫຼັງກອງປະຂຸມ, ທ່ານເຈົ້າໜ້າທີ່ທາງການທູດຍີ່ປຸ່ນຄົນດັ່ງກ່າວໃຫ້ຮູ້ວ່າ “ກ່ຽວກັບການສື່ສານ, ຍີ່ປຸ່ນມີບັນດາການພົວພັນມິດຕະພາບກັບອີຣານ. ມີຫຼາຍຄຳວິພາກວິຈານຈາກຝ່າຍຍີ່ປຸ່ນວ່າ ໂຕກຽວຈະປະກອບເຫື່ອແຮງຜ່ານການໝູນໃຊ້ບັນດາການພົວພັນຄືແນວນັ້ນ. ຝ່າຍລັດເຊຍໄດ້ສ່ອງແສງຄືນດ້ວຍຄຳວິພາກວິຈານທີ່ມີຄວາມຕັ້ງໜ້າທີ່ສຸດ”.

        ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ແລະ ທ່ານລັດຖະມົນຕີປ້ອງກັນປະເທດ Sergei Shoigu ໄດ້ໄປເຖິງໂຕກຽວເພື່ອເຂົ້າຮ່ວມກອງປະຊຸມ 2+2 ກັບບັນດາ ຄູ່ຕຳແໜ່ງຍີ່ປຸ່ນ Taro Kono ແລະ Takeshi Iwaya, ເຊິ່ງໄດ້ດຳເນີນໃນ ລະຫວ່າງວັນທີ 30 - 31 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ