ລັດເຊຍຫວັງວ່າການເລືອກຕັ້ງສະພາແຫ່ງຊາດຈະນຳມາເຊິ່ງສະຖຽນລະພາບໃຫ້ແກ່ຢູແກຼນ

ລັດເຊຍຫວັງວ່າການເລືອກຕັ້ງສະພາແຫ່ງຊາດຈະນຳມາເຊິ່ງສະຖຽນລະພາບໃຫ້ແກ່ຢູແກຼນ - ảnh 1
ລົດ​ການ​ທະ​ຫານ​ຂອງ ລັດ​ເຊຍ ໄປ​ລາດ​ຕາ​ເວນ​ຢູ່ໃກ້​ກັບ​ເຂດ Debaltseve ຂຶ້ນ​ກັບ​ແຂວງ Donetsk ໃນ​ວັນ​ທີ 1/10
(ພາບ: AFP-TTXVN)

(vovworld) – ​​ລັ​ດ​ເຊຍ ຫວັງ​ວ່າ ການ​ເລືອກ​ຕັ້ງ​ສະ​ພາ​ແຫ່​ງ​ຊາດ ຈະ​ມາ​ເຖິງ​ຢູ່ ຢູ​ແກຼນ ຈະ​ ດຳ​ເນີນ​ໄປ​ຢ່າງ​ຍຸ​ຕິ​ທຳ ແລະ ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ອັນ​ຍາວ​ນານ​ໃຫ້​ແກ່​ປະ​ເທດນີ້. ເມື່ອຕອບຄຳ​ຖາມ​ທີ່​ເວ​ທີ​ປາ​ໄສ “ປະ​ເທດ​ລັດ​ເຊຍ ​ຮຽກ​ຮ້ອງ”, ໃນ​ວັນ​ທີ 2/10, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັ​ດ​ເຊຍ Vladimir Putin ຖະ​ແຫຼງວ່າ: ປະ​ຊາ​ຊົນ​ທຸກ​ຄົນ ທີ່​ດຳ​ລົງ​ຊີ​ວິດ​ໃນ​​ເຂດ​ດິນ​ແດນ ຢູ​ແກຼນ ລ້ວນ​ແຕ່​ມີ​ສິດຢ່າງ​ພຽງ​ພໍ​ໂດຍ​ກົດ​ໝາຍ ຢູ​ແກຼນ ກໍ່​ຄື​ກົດ​ໝາຍ​ສາ​ກົນ​ກຳ​ນົດ, ບໍ່​ໄດ້​ຈຳ​ແນກ​ດ້ານ​ພາ​ສາ, ເຊື້ອ​ຊາດ​ຜິວ​ພ​ັນ ແລະ ສາ​ສະ​ໜາ. ພຽງ​ແຕ່​ຄື​ແນວນັ້ນ​ຈຶ່ງສາ​ມາດ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ປະ​ເທດ​ຊາດກໍ່​ຄື​ຮັບ​ປະ​ກັນ​ເສ​ດ​ຖະ​ກິດ - ສັງ​ຄົມ​ໄດ້. ທ່ານ​ຊີ້​ແຈ້ງວ່າ: ລັດ​ເຊຍ ຫວັງ​ວ່າ​ສິ່ງ​ດັ່ງ​ກ່າວ​ຈະ​ເກີດ​ຂຶ້ນ ແລະ ມົດ​ສະ​ກູ​ຈະ​ຊຸກ​ຍູ້​ສິ່ງ​ດັ່ງ​ກ່າວ​ດ້ວຍ​ທຸກວິ​ທີ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ເນັ້ນ​ໜັກ​ວ່າ: ລັ​ດ​ເຊຍ ຈະ​ໜ​ູນ​ຊ່ວຍ ຢູ​ແກຼນ ຜ່ານ​ຜ່າ​ວິ​ກິດ​ການ​ເສດ​ຖະ​ກິດ ແລະ ການ​ເມືອງ. ປະ​ຊາ​ຊົນ ຢູ​ແກຼນ ໄດ້ ແລະ ຍັງ​​ຄົງແມ່ນ​ອ້າຍ​ນ້ອງ​ທີ່​ສະ​ໜິ​ດ​ສະ​ໜົມ​ທີ່​ສຸດ​ກັບ​ປະ​ຊາ​ຊົນ ລັດ​ເຊຍ. ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຢູ່ ຢູ​ແກຼນ ກ່ອນ​ກຳ​ນົດ​ເວ​ລາ​ຄາດ​ວ່າ​ຈະ​ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 26/10.


ຂ່າວ/ບົດ​ອື່ນ