ລັດເຊຍ,ອີຣານແລະຕວກກີໃຫ້ຄຳໝັ້ນສັນຍາຊຸກຍູ້ຄຳສັ່ງຢຸດຍິງໃນທົ່ວປະເທດຊີຣີ

ລັດເຊຍ,ອີຣານແລະຕວກກີໃຫ້ຄຳໝັ້ນສັນຍາຊຸກຍູ້ຄຳສັ່ງຢຸດຍິງໃນທົ່ວປະເທດຊີຣີ - ảnh 1
ນັກ​ການ​ທູດ 3 ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) –  ​ວັນ​ທີ 20/12, ຢູ່​ມົດ​ສ​ກູ, ທ່າ​ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergey Lavrov ໄດ້​ພົບ​ປະ​ກັບ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Mohammad Javad Zarif ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຕວກ​ກີ Mevlut Cavusoglu ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແນ​ໃສ່​ຮັບ​ປະ​ກັນ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ​ດິນ​ແດນ​ ຊີ​ຣີ, ກໍ່​ຄື​ກຳ​ນົດ​ບັນ​ດາ​ທິດ​ທາງ​ເຄື່ອນ​ໄຫວ​ຕໍ່​ໄປ​ຂອງ 3 ປະ​ເທດ​ນີ້​ໃນ​ການ​ແກ້​ໄຂວິ​ກິດ​ການ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້.

        ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ຂອງ​ນັກ​ການ​ທູດ 3 ທ່ານທີ່ໄດ້​ດຳ​ເນີນ​ຕາມ​ວິ​ທີ​ການນີ້, ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ຢຸດ​ຕິ​ສະ​ພາບ​ການ​ເຈັບ​ປວດ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່ ຊີ​ຣີ ຢູ່ Aleppo, ເຊິ່ງ​ແມ່ນ​ນະ​ຄອນ​ໃຫຍ່​ທີ່​ສອງ​ຂອງ​ປະ​ເທດນີ້, ກໍ່​ຄື​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ​ໃຫ້​ປະ​ເທດ ຊີ​ຣີ, ທີ່​ເຄີຍ​ຖືກ​ທຳ​ລາຍ​ຍ້ອນ​ສົງ​ຄາມ​ໃນ​ຕະຫຼອດ 5 ປີ​ຜ່ານ​ມາ. ​ຄຽງ​ຄູ່​ກັນ​ນັ້ນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ທ່ານ​ກໍ່ໄດ້​ເຕື້ອງ​ເຖິງ​​ໄລ​ຍະເວ​ລາ​ລະ​ອຽດ​ໃນ​ການ​ນຳ​ໃຊ້​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊ​ີ​ຣີ, ກໍ່​ຄື​ເລື່ອງ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ອອກ​ຈາກ​ເຂດ​ສູ້​ຮົບ ແລະ ວິ​ທີ​​​ປະ​ຕິ​ບັດ​ໜ້​າ​ທີ່​ດັ່ງ​ກ່າວ. ​ ສິ້ນ​ສຸດ​ການ​ພົບ​ປະ, ນັກ​ການ​ທູດ 3 ທ່ານ​​ລ້ວນ​ແຕ່ເປັນ​ເອ​ກະ​ສັນ​ກັນ​ຖື​ວ່າ ບັນ​ດາ​ມາດ​ຕະ​ການ​ການ​ທະ​ຫານບໍ່​ແມ່ນ​ມາດ​ຕະ​ການ​​ທີ່ມີ​ຜົນ​ສັກ​ສ​ິດ ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ​ໃຫ້​ແກ່ ຊີ​ຣີ. ທັງ​ລັດ​ເຊຍ, ອີ​ຣານ ແລະ ຕວກ​ກີ ລ້ວນ​ແຕ່ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ມາດ​ຕະ​ການ​ການ​ເມືອງ ແລະ ຢັ້ງ​ຢືນ​ວ່າ ທຸກໆ​ໜ້າ​ທີ່​​ວາງ​ອອກ​ໃນ​ການ​ແກ້​ໄຂວິ​ກິດ​ການ​ຢູ່​ຊີ​ຣີ ລ​້ວນ​ແຕ່​ເໝາະ​ສົມ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່ກ່ຽວ​ຂ້ອງ​ຂອງ ສ​ປ​ຊ ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຊີ​ຣີ, ເພື່ອ​ບັນ​ລຸ​ໄດ້​ຈຸດ​ໝາຍ​ສູງ​ສຸດ​ແມ່ນ​ການ​ຢຸດ​ຍິງ​ຢູ່ ຊ​ີ​ຣີ, ສືບ​ຕໍ່​ວິ​ວັດ​ທະ​ນາ​ການ​ການ​ເມືອງ, ຮັບ​ປະ​ກັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ສຳ​ພັດ​ກັບ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ, ກໍ່​ຄື​ສົມ​ທົບ​ກັນ​ຕ້ານ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ​ຢູ່​ປ​ະ​ເທດນີ້.


ຂ່າວ/ບົດ​ອື່ນ