ລັດເຊຍອາດຈະເພີ່ມເຕີມບັນດາມາດຕະການລົງໂທດກັບຝ່າຍຕາເວັນຕົກ

ລັດເຊຍອາດຈະເພີ່ມເຕີມບັນດາມາດຕະການລົງໂທດກັບຝ່າຍຕາເວັນຕົກ - ảnh 1
ປະທານາທິບໍດີລັດເຊຍ V. Putin
photo:baodautu.vn


(vovworld)- ວັນ​ທີ 19/8, ທ່ານ Dmitry Peskov, ​ໂຄສົກ​ຂອງ​ປະທານາທິບ​ໍດີ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ມົດ​ສະ​ກູ ພວມ​ສືບ​ຕໍ່​ກະກຽມ​ໃຫ້​ແກ່​ຄວາມ​ສາມາດ​ນຳ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ເພີ່ມ​ເຕີມ ​ເພ່ືອ​ຮັບມືກັບກໍລະນີ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃຫມ່. ​ໃນ​ຂະນະ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ທ່ານ Nikolai Fyodorov, ລັດຖະມົນຕີ​ກະຊວງ​ກະສິກຳ​ລັດ​ເຊຍ ໃຫ້ຮູ້ວ່າ: ລັດເຊຍໄດ້ກຳນົດ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ນຳ​ເຂົ້າ​ອາຫານ ​ແທນ​ໃຫ້​ບັນດາ​ຜະລິດ ​ຕະພັນ​ຂອງ​ບັນດາ​ປະ​ເທດ ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ, ຊື່​ງ​ແມ່​ນບັນດາ​ປະ​ເທດ​ຖືກ​ລົງ​ໂທດ​ຕາມ​ດຳລັດ​ຂອງ​ປະທານາທິບໍດີ Vladimir Putin ທີ່​ໄດ້​ຮັບ​ການລົງ​ນາມ​ໃນ​ວັນ​ທີ 6/8 ຜ່ານ​ມາ.

        ກ່ຽວ​ຂ້ອງ​ເຖິງ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າຂອງ​ລັດ​ເຊຍ, ບັນດາ​ປະ​ເທດຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ​ທີ່​ສຸດ ນັ້ນ​ແມ່ນ ​ໂປ​ໂລ​ຍ, ​ເລັດ​ເວ​ຍ, ສ ​ເຊັກ, ​ໂຮ​ນລັງ, ​ແບນ​ຊີກ ຊື່​ງຄາດ​ວ່າ​ຖືກ​ເສຍ​ຫາຍ​ກວ່າ 5,2 ຕື້ ​ເອີ​ໂຣ, ​ໃນ​ຂະນະ​ນັ້ນ ຄວາມ​ເສຍ​ຫາຍ​ຂອງ​ທັງ​ສະຫະພາບ​ເອີ​ລົບ ​ແມ່ນ​ປະມານ​ກວ່າ 12 ຕື້ ​ເອີ​​ໂຣ.

ຂ່າວ/ບົດ​ອື່ນ