ລັດເຊຍ-ອາເມລິກາຊຸກຍູ້ກະກຽມໃຫ້ແກ່ການພົບປະຂັ້ນສຸດຍອດ

(VOVWORLD) -ວັນທີ 02 ກໍລະກົດ, ຄະນະຜູ້ແທນສະພາແຫ່ງຊາດອາເມລິກາ ໄດ້ພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງລັດເຊຍ ຢູ່ນະຄອນ St.Petersburg, ໃນສະພາບວົງການເຈົ້າໜ້າທີ່ຂອງ 2 ຝ່າຍພວມຮີບເຮັ່ງກະກຽມໃຫ້ການພົບປະຂັ້ນສຸດຍອດລະຫວ່າງການນຳ 2 ປະເທດ, ເຊິ່ງຄາດວ່າຈະດຳເນີນໃນກາງເດືອນກໍລະກົດນີ້.

ລັດເຊຍ-ອາເມລິກາຊຸກຍູ້ກະກຽມໃຫ້ແກ່ການພົບປະຂັ້ນສຸດຍອດ - ảnh 1ການນຳ 2 ປະເທດ

(ພາບປະກອບ: AFP/TTXVN)

ຕາມແຈ້ງການຈາກຫ້ອງການຜູ້ວ່າການ ນະຄອນ St.Petersburg, ທ່ານ Georgy Poltavchenko, ເມື່ອກ່າວຄຳເຫັນທີ່ການພົບປະກັບບັນດາສະມາຊິກລັດຖະສະພາອາເມລິກາ, ທ່ານ Poltavchenko ສະແດງໃຫ້ເຫັນຄວາມມຸ່ງຫວັງເຮັດໃຫ້ການພົວພັນ 2 ຝ່າຍດີຂຶ້ນ, ພ້ອມທັງເນັ້ນໜັກວ່າ ລັດເຊຍ ຍາມໃດກໍ່ຢາກມຸ່ງໄປເຖິງອະນາຄົດ ດ້ວຍຄວາມປະເອີບໃຈ ແລະ ພ້ອມແລ້ວທີ່ຈະຮ່ວມມືໃນທຸກຂົງເຂດ. ໃນຂະນະນັ້ນ, ສະມາຊິກລັດຖະສະພາພັກສາທາລະນະ Alabama Richard Shelby, ຜູ້ນຳໜ້າຄະນະສະມາຊິກລັດຖະສະພາອາເມລິກາ ກໍຮຽກຮ້ອງ 2 ຝ່າຍພ້ອມກັນເຈລະຈາ.

      ແລະກໍ່ໃນວັນດຽວກັນ, ວັງ Kremlin ໃຫ້ຮູ້ວ່າ, ທີ່ການພົບປະຂັ້ນສຸດຍອດທີ່ຈະດຳເນີນໃນເດືອນກໍລະກົດນີ້, ທ່ານປະທານາທິບໍດີລັດເຊຍ Vladimir Putin  ແລະ ຄູ່ຕຳແໜ່ງອາເມລິກາ Donald Trump ອາດຈະປຶກສາຫາລື “ທຸກບັນຫາອື່ນໆ” ເວັ້ນແຕ່ Crimea, ເຊິ່ງແມ່ນເກາະທີ່ມົດສະກູ ໂຮມເຂົ້ານັບແຕ່ປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ