ລັດເຊຍ,ອາເມລິກາປຶກສາຫາລືຄວາມສາມາດຫລຸດຜ່ອນຄວາມເຄັ່ງຕຶງຢູ່ຊີຣີ

ລັດເຊຍ,ອາເມລິກາປຶກສາຫາລືຄວາມສາມາດຫລຸດຜ່ອນຄວາມເຄັ່ງຕຶງຢູ່ຊີຣີ - ảnh 1
ນະຄອນ Aleppo (ພາບ: AFP/TTXVN)

(vovworld) - ວັນ​ທີ 01/10 ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ John Kerry ມີ​ການ​​ໂອ້​ລົມ​ທາງ​ໂທລະສັບ​ກ່ຽວ​ກັບ​ສະພາບ​ການ​ຢູ່ ຊີຣີ, ​ໃນ​ນັ້ນ ປຶກສາ​ຫາລື​ຄວາມ​ສາມາດ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ບໍລິ​ເວນ​ນະຄອນ Aleppo. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ເນັ້ນ​ໜັກ​ວ່າ ບໍ່​ຍອມຮັບອຸບາຍຂອງ​ບັນດາ​ກຸ່ມ​ຝ່າຍ​ຄ້ານທີ່​ໄດ້ຮັບ​ການ​ສະ​ໜັບສະ​ໜູນຈາກ​ຝ່າຍ​ທິດຕາ​ເວັນ​ຕົກ ກີດຂວາງ​ການ​ເຈລະຈາ​ລະຫວ່າງ​ບັນດາ​ຝ່າຍ​ຢູ່ ຊີຣີ ກ່ຽວ​ກັບ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້.

        ກ່ຽວຂ້ອງ​ເຖິງ ຊີຣີ ຍັງ​ມີ​ຂ່າວ​ວ່າ, ວັນ​ທີ 01/10 ສະພາ​ຮ່ວມ​ມື​ເຂດ​ອ່າວ (GCC) ລວມມີ 6 ປະ​ເທດ​ສະມາຊິກ ​ໄດ້​ສະ​ເໜີ​ຕໍ່​ສະຫະ​ປະຊາ​ຊາດ ​ເຂົ້າ​ຮ່ວມ​ສະ​ກັດ​ກັ້ນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ນະຄອນ Aleppo ທາງ​ພາກ​ເໜືອ​ ຊີຣີ ​ເຮັດ​ໃຫ້​ສາມັນ​ຊົນນັບຮ້ອຍ​ຄົນ​ເສຍ​ຊີວິດ. GCC ກໍ່​ຮຽກຮ້ອງ​ສະຫະ​ປະຊາ​ຊາດ ປະຕິບັດ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​​ເຖິງວິ​ກິດ​ການ​ຢູ່ ຊີຣີ. GCC ຖື​ວ່າ ການ​ບຸກ​ໂຈມ​ຕີ​ຂອງ​ລັດຖະບານ ຊີຣີ ​ເລັ່ງ​ໃສ່ Aleppo ​ໄດ້​ທຳລາຍ​ບັນດາ​ເຂດຢ່າງ​ເປັນ​ລະບົບ.

ຂ່າວ/ບົດ​ອື່ນ