ລັດເຊຍ,ອາເມລິກາປະກາດສືບຕໍ່ບັນດາແຜນການຢູ່ຊີຣີ

ລັດເຊຍ,ອາເມລິກາປະກາດສືບຕໍ່ບັນດາແຜນການຢູ່ຊີຣີ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມລິ​ກາ John Kerry
(ພາບ: AFP/TTXVN)

(vovworld) - ອາ​ເມ​ລິ​ກາ ສືບ​ຕໍ່​ບັນດາ​ແຜນການ​ສັນຕິພາບ​ຢູ່ ຊີຣີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມລິ​ກາ John Kerry ຖະ​ແຫຼ​ງຄື​ດັ່ງກ່າວ​ໃນ​ວັນ​ທີ 04/10 ພາຍຫລັງ​ທຳນຽບຂາວ ປະກາດຢຸດຕິ​ການ​ເຈລະຈາ​ກັບ ລັດ​ເຊຍ ກ່ຽວ​ກັບ​ເລື່ອງຟື້ນ​ຟູ​ຂໍ​້ຕົກ​ລົງຢຸດ​ຍິງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ ທີ່​ພວມ​ຖື​ກສົງ​ຄາມ​ທຳລາຍນີ້. ​ໃນ​ບົດ​ກ່າວ​ປາ​ໄສ​ຢູ່​ນະຄອນຫລວງ ​ບຣຸກ​ແຊນ ຂອງ​ ແບນຊິກ​ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຊີ້​ແຈ້ງວ່າ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຊອກ​ຫາ​ມາດຕະການ ​ເພື່ອ​ຢຸດຕິ​ສົງຄາມ​ຢູ່ ຊີຣີ, ພ້ອມ​ທັງ ສືບ​ຕໍ່​ປະຕິບັດຂໍ້​ຕົກລົງຢຸດຕິການ​ເປັນ​ປໍ​ລະ​ປັກ​ທີ່ມີ​ຄວາມ​ໝາຍ, ສາມາດ​ໄດ້​ຮັບ​ການ​ຢັ້ງ​ຍືນ ​ແລະ ປະຕິບັດ​ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ